ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ເພື່ອເປັນການປູກທົດແທນປ່າໄມ້ທີ່ຖືກທໍາລາຍຈາກໄພທໍາມະຊາດ, ການພັດທະນາໂຄງລ່າງ, ການບຸກລຸກທໍາລາຍຂອງປະຊາຊົນໃນການຖາງປ່າເຮັດໄຮ່ ແລະ ທັງເຮັດໃຫ້ປ່າໄມ້ມີຄວາມປົກຫຸ້ມໃຫ້ໄດ້ 75% ຂຶ້ນໄປ ໂດຍສະເພາະແມ່ນຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2023 ທີ່ຈະໄດ້ໜູນວຽນມາຮອດອີກວາລະໜຶ່ງ. ເມືອງຫົງສາ ແຂວງໄຊຍະບູລີ ໄດ້ມີແຜນການຫ້າງຫາກະກຽມໃນວັນປູກຕົ້ນໄມ້ແຫ່ງຊາດ ມີເນື້ອທີ່ທັງໝົດ 542 ເຮັກຕາ.ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023 ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມືອງວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງຫົງສາວາງອອກ ຮອດປີ 2024 ໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມກວມເອົາ 75%, ມາຮອດປະຈຸບັນເມືອງຫົງສາຂອງພວກເຮົາມີເນື້ອທີ່ປ່າໄມ້ປົກຫຸ້ມແລ້ວ 73,12%; ໂດຍອີງໃສ່ ກົດໝາຍ, ນິຕິກໍາຕ່າງໆໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ຢ່າງເຂັ້ມງວດ, ນອກນັ້ນເມືອງຂອງພວກເຮົາກໍ່ໄດ້ມີນະໂຍບາຍດ້ານຕ່າງໆໃນການຟື້ນຟູປ່າແບບທຳມະຊາດ, ປູກເສີມກ້ອງປ່າ, ປູກໃນບ່ອນທີ່ມີການລະເມີດຖາງປ່າເຮັດໄຮ່ໂດຍບໍ່ໄດ້ຮັບອານຸຍາດ; ປີນີ້ເມືອງຂອງພວກເຮົາໄດ້ຮັບຕົວເລກແບ່ງປັນປູກໄມ້ຈາກພະແນກກະສິກໍາ ແລະ ປ່າ ໄມ້ແຂວງທັງໝົດ  542 ເຮັກຕາ ແລະ ຟື້ນຟູປ່າທຳມະຊາດ 3.500 ເຮັກຕາ, ພ້ອມກັນນັ້ນ ທາງເມືອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ບັນລຸຕາມແຜນການທີ່ວາງໄວ້. ມາຮອດປະຈຸບັນເມືອງຫົງສາ ຜະລິດເບ້ຍໄມ້ໄດ້ທັງໝົດ 108.585 ເບ້ຍ, ໃນນີ້: ຂອງລັດ 12.709 ເບ້ຍ, ຂອງຄອບຄົວ 10.830 ເບ້ຍ, ຂອງບໍລິສັດໄຟຟ້າ-ຫົງສາ 66.846 ເບ້ຍ ແລະ ຂອງບໍລິສັດ SP 18.200 ເບ້ຍ, ກະກຽມເນື້ອທີ່ປູກໄມ້ເປັນ 3 ໄລຍະຄື: ກ່ອນວັນທີ 1 ມິຖຸນາໄດ້ປູກຢູ່2 ຈຸດຄື: ຄົກແອກ ແລະ ປາກຫ້ວຍຍາງໃນເນື້ອທີ່ 2,94 ເຮັກຕາ;ໃນວັນທີ 1 ມິຖຸນາ ຈະໄດ້ປູກຢູ່12 ຈຸດຄື: ປູກຕາມເສັ້ນທາງພາຍໃນເມືອງ ແລະ ເຂດປ່າອານຸລັກຂອງເມືອງໃນເນືອທີ່ 5,39 ເຮັກຕາ, ໂດຍມີພະນັກງານ, ທະຫານ, ຕໍາຫຼວດ, ການຈັດຕັ້ງບ້ານ ແລະ ພໍ່-ແມ່ປະຊາຊົນມີສ່ວນຮ່ວມໃນການປູກ; ຫຼັງ ວັນທີ 1 ມິຖຸນາ 2023 ແມ່ນຈະໄດ້ຂະຫຍາຍການປູກໄມ້ໄປໃນແຕ່ລະເຂດທີ່ມີເງື່ອນໄຂໃນເນື້ອທີ່ 116,24 ເຮັກຕາ ແລະ ຈະສືບຕໍ່ປູກຢູ່ໃນແຕ່ລະບ້ານພາຍໃນເມືອງ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້ ດ້ວຍການມີສ່ວນຮ່ວມຂອງທຸກໆພາກ ສ່ວນໃນສັງຄົມ ພ້ອມນັ້ນ ກໍ່ໄດ້ມອບໝາຍໃຫ້ແຕ່ລະຫ້ອງການ, ອົງການ, ບ້ານມີຄວາມຮັບຜິດຊອບໃນການບົວລະບັດຮັກສາ ເພື່ອພ້ອມກັນຈັດຕັ້ງປະຕິບັດພັນທະຂອງຕົນ ໃນການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ປ່າໄມ້, ແຫຼ່ງນ້ຳ ແລະ ສັດນໍ້າ, ສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ ດັ່ງຄໍາຂວັນ ທີ່ວ່າ: ” ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 43 ປີ ຢ່າງສຸດໃຈ” ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫຼານ ໃນວັນໜ້າ ແລະ ຈົ່ງຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດທາງອາກາດ.

ຂ່າວ: ກິດຕິສັກ ບົວໄລ

ພາບ: ນັກຂ່າວເມືອງຫົງສາ