ວັນທີ 6 ມີນາ 2025 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ການຄຸ້ມຄອງ-ເກັບຊື້, ການປຸງ ແຕ່ງ ແລະ ການສົ່ງອອກມັນຕົ້ນ ໂດຍການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະອໍານວຍຄວາມສະ ດວກດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ. ມີ ທ່ານ ລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ລັດຖະມົນຕີກະຊວງ ອຸດ ສາຫະກໍາ ແລະ ການຄ້າ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດ ຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນວ່າ: ສະພາບການຜະລິດມັນຕົ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຫັນໄດ້ວ່າ ຊາວກະສິກອນ ຫັນມາປູກມັນຕົ້ນຢ່າງເປັນຂະບວນການຟົດຟື້ນຫລາຍຂຶ້ນ ແບບກ້າວກະໂດດ, ຜົນຜະລິດມັນຕົ້ນ ມີສັດສ່ວນຫລາຍກວ່າບັນດາພືດເປັນສິນຄ້າອື່ນໆ ແລະ ມູນຄ່າການສົ່ງອອກກໍຢູ່ໃນລະດັບຕົ້ນໆ ໃນປີ 2024 ເນື້ອທີ່ປູກມັນຕົ້ນ 295,000 ກວ່າ ເຮັກຕາ, ຜົນຜະລິດ 7.4 ລ້ານໂຕນ. ແຂວງຫລັກທີ່ປູກມັນຕົ້ນ: ແຂວງໄຊຍະ ບູລີ, ສາລະວັນ, ເຊກອງ, ຈໍາປາສັກ, ບໍລິຄໍາໄຊ ແລະ ແຂວງວຽງ ຈັນ.
ປັດຈຸບັນ ມີໂຮງງານປຸງແຕ່ງແປ້ງມັນຕົ້ນ ທັງໝົດ 22 ແຫ່ງ, ກໍາລັງການຜະລິດແປ້ງມັນຕົ້ນ ປະມານເກືອບ 1 ລ້ານໂຕນ/ປີ ແລະ ຕ້ອງການມັນຕົ້ນດິບເພື່ອປ້ອນໂຮງງານ ປະມານ 3.7 ລ້ານໂຕນ/ປີ. ສໍາລັບການສົ່ງອອກມັນຕົ້ນ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ. ໃນປີ 2024 ສາມາດສົ່ງອອກມັນຕົ້ນໄດ້ປະມານ 2.4 ລ້ານ ໂຕນ, ມູນຄ່າສົ່ງອອກ 440 ລ້ານກວ່າ ໂດລາ.
ທີ່ມາ : ໜັງສືພິມລາວພັດທະນາ



