ວັນທີ 14 ເມສາ 2025 ເຊິ່ງເປັນມື້ສັງຂານລ່ວງ ຂອງບຸນປີໃໝ່ລາວ ພສ 2568, ຄະນະພັກ - ອົງການປົກຄອງແຂວງຈໍາປາສັກ ຮ່ວມກັບ ອົງການພຸດທະສາສະໜາສໍາພັນລາວແຂວງ, ຄະນະພັກ - ອົງການປົກຄອງນະຄອນປາກເຊ, ການຈັດຕັ້ງທຸກພາກສ່ວນ ແລະ ຊາວນະຄອນປາກເຊ ໄດ້ຈັດພິທີແຫ່ນາງສັງຂານ ແລະ ສົງນໍ້າພະພຸດທະຮູບ ຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ແລະ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມຝ່າຍສົງ ມີພະອາຈານມະຫາ ສຸວັນ ຈັນທະຣາຊ ຜູ້ຊີ້ນຳວຽກງານອົງການພຸດທະສາສະໜາ (ອພສ) ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ, ປະທານຝ່າຍຄາລະວາດ ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ສຸພາບ ທຳມະຮັກສາ ເຈົ້ານະຄອນປາກເຊ. ມີການນຳແຂວງ, ການນໍານະຄອນ, ພະນັກງານ – ລັດຖະກອນ, ຫົວໜ່ວຍທຸລະກິດ, ຜູ້ປະກອບ, ຫ້າງຮ້ານຕ່າງໆ, ຄະນະພັກ - ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຊວງຈໍາປາສັກ ຕະຫຼອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຸພາບ ທໍາມະຮັກສາ ເຈົ້ານະຄອນປາກເຊ ໃຫ້ສໍາພາດວ່າ: ພິທີແຫ່ນາງສັງຂານປີນີ້ ໂດຍປະຕິບັດຕາມຂໍ້ຕົກລົງ ທ່ານເຈົ້າແຂວງໆຈຳປາສັກ ເຊິ່ງຈັດເຕັມຮູບແບບ ເພື່່ອກະຕຸ້ນເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ ທັງເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມ ຂອງນະຄອນປາກເຊ ກໍຄືຂອງແຂວງຈໍາປາສັກ ແລະ ຂອງຊາດ ໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ. ສຳລັບຂະບວນແຫ່ປະກອບມີ 12 ຂະບວນໃຫຍ່ ນຳໂດຍ ຂະບວນພະພຸດ, ພະທຳ ແລະ ພະສົງ, ຂະບວນແຫ່ “ ພະມໍລະດົກຈໍາປາ ” ພະພຸດທະຮູບ ຄູ່ບ້ານຄູ່ເມືອງທີ່ປະດິດສະຖານຢູ່ ຫໍຫຼັກເມືອງປາກເຊ ເພື່ອຊໍາລະສະສາງສິ່ງບໍ່ດີ ໃຫ້ຜ່ານພົ້ນໄປນໍາປີເກົ່າ ພສ 2567 ແລະ ປີໃໝ່ລາວ ພສ 2568 ຈະກ້າວມາແທນທີ່ ຂໍໃຫ້ມີແຕ່ສິ່ງທີ່ດີ, ມີໂຊກມີໄຊໃນປີໃໝ່. ຂະບວນແຫ່ “ ພະໄຕຣປີດົກ ” ພະທໍາຄໍາສັ່ງສອນຂອງ ພະພຸດທະເຈົ້າ 8 ໝື່ນ 4 ພັນ ພະທັມມະຂັນ, ຂະບວນແຫ່ “ ພະສົງ – ສາມະເນນ, ຂະບວນແຫ່ ນາງສັງຂານ ຫຼື ນາງທັງ 7 ເອກະລັກຂອງງານບຸນປີໃໝ່ລາວ. ຕໍ່ມາແມ່ນຂະບວນແຫ່ ພາຂັວນໃຫຍ່ ເອກະລັກຂອງນະຄອນປາກເຊ, ຂະບວນແຫ່ພະແນກ ຖວທ ແຂວງ, ຂະບວນຂອງ ພະນັກງານ – ລັດຖະກອນ, ພາກສ່ວນທຸລະກິດ, ສະພາການຄ້າ ແລະ ອູດສາຫະກໍາແຂວງ, ສະມາຄົມທຸລະກິດຍິງ, ສະມາຄົມທຸລະກິດໜຸ່ມ, ສະມາຄົມທ່ອງທ່ຽວ, ຂະບວນແຫ່ຂອງ ນັກຮຽນ – ນັກສຶກສາ ຈາກສະຖາບັນການສຶກສາຕ່າງໆ ແລະ ສຸດທ້າຍແມ່ນຂະບວນແຫ່ຂອງມວນຊົນ ຕ່າງໜ້າປະຊາຊົນບັນດາເຜົ່າແຕ່ລະບ້ານ.
ຂະບວນແຫ່ນາງສັງຂານ ໄດ້ເຄື່ອນທີ່ເລີ່ມຈາກ ທ່າສະລາຄຳ ມາສູ່ຫໍຫຼັກເມືອງ ແລະ ເຂົ້າສູ່ວັດຫຼວງ. ຈາກນັ້ນ ຂະບວນຫົດສົງນໍ້າພະພຸດທະຮູບ, ຫົດສົງຄູບາອາຈານ, ຫົດສົງອວຍພອນ ເຊິ່ງກັນ ແລະ ກັນ ເຊິ່ງມີເຖົ້າແກ່ແນວໂຮມນ້ອຍໜຸ່ມຍິງຊາຍ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫົດສົງຢ່າງຫຼວງຫຼາຍ. ຄຽງຄູ່ກັບພິທີແຫ່ນາງສັງຂານ ແລະ ຫົດສົງພະພຸດທະຮູບແລ້ວ ຍັງໄດ້ມີກິດຈະກຳຖະໜົນຊຸ່ມເຢັນ ເຊິ່ງໄດ້ກໍານົດເອົາຖະໜົນສາຍຫຼັກໃນຕົວເມືອງ 3 ເສັ້ນ ຄື: ຖະໜົນແຄມເຊໂດນ ແຕ່ວົງວຽນທ່າສາລາຄໍາ ເຖິງ ສາມແຍກວິທະຍາໄລສົງ ເຂົ້າສູ່ຫໍຫຼັກເມືອງປາກເຊ ແລະ ວັດຫຼວງປາກເຊ; ຖະໜົນຮ່ອງຂະຍອມ, ບ້ານຮ່ອງຂະຍອມ ແຕ່ສີ່ແຍກໄຟແດງໂພນໄຊ ຫາ 4 ແຍກໄຟແດງຮ່ອງຂະຍອມ ເສັ້ນທາງສາລາຂຽວດົງຈອງ ແລະ ແຕ່ສີ່ແຍກຫ້ອງການສານ – ໄອຍະການປະຊາຊົນເຂດ I – ໜ້າຮ້ານສີລິສົມບູນ ຫາ ສີ່ແຍກ ຮ່ອງຂະຍອມ. ນອກນີ້ ຍັງມີກິດຈະກໍາບັນເທິງ, ສວນອາຫານ, ມີວສິກໂຊນ/ບູດເບຍ, ຄອນເສີດ ແລະ ອື່ນໆ ເພື່ອສ້າງໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂ່າວ-ພາບ: ທູນທອງໃຈ







