ໃນວັນທີ 29 ເມສານີ້ ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະຜູ້ແທນຈາກ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປ ຈີນ ນຳໂດຍ ທ່ານ ເຈຍ ເຕີຈົງ(JiaDezhong) ຮອງເລຂາຄະນະມະຫາວິທະຍາໄລ ພ້ອມດ້ວຍຄະນະ.
ການເຮັດວຽກຮ່ວມກັນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເພື່ອເປັນການລົງເລິກການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການຄົ້ນຄວ້າ ວິທະຍາສາດສັງຄົມ.
ພ້ອມນີ້, ທັງສອງຝ່າຍຍັງໄດ້ພົບປະ,ແລກປ່ຽນ ແລະ ນໍາສະເໜີສະພາບພົ້ນເດັ່ນໂດຍຫຍໍ້ຂອງອົງການຕົນໃຫ້ກັນຮັບຊາບ, ແລກປ່ຽນສົນທະນາ ເຊິ່ງກັນ ແລະ ກັນ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານຄົ້ນຄວ້າໃນຂົງເຂດວັດທະນະທໍາສັງຄົມ, ການຮ່ວມມືໃນຂົງເຂດການຄົ້ນຄວ້າວິທະຍາສາດສັງຄົມ ແລະ ການສ້າງບຸກຄະລາກອນໃນອະນາຄົດ; ໃນນັ້ນ, ຍັງໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະຫວ່າງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ສປຈີນ ກັບ ສວສສຊ ຕື່ມອີກ.
ຂ່າວ: ສວສສຊ, ພາບ:ສຳນານ





