ການດຳເນິນກອງປະຊຸມສະໄຫມສາມັນເທື່ອທີ່ 4 ຂອງສະພາແຫ່ງຊາດຊຸດທີ່ IX ວັນທີ່ 19 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ດຳເນິນພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ຜູ້ແທນກອງປະຊຸມ ໄດ້ພິຈາລະນາ, ປະກອບຄໍາຄິດຄຳເຫັນ ເຂົ້າໃສ່ກົດຫມາຍ ວ່າດ້ວຍການກັນ ແລະຄວບຄຸມພະຍາດຕິດຕໍ່ ເຊິ່ງເປັນຮ່າງກົດຫມາຍສະບັບປັບປຸງ ສະເຫນີໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕິກະຊວງສາທາລະນະສຸກ ກົດຫມາຍວ່າດ້ວຍການກັນ ແລະ ຄວບຄຸມປະຍາດຕິຕໍ່ໄດ້ຮັບຮອງ ແລະ ປະກາດໃຊ້ ໃນປີ 2017 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດເຂົ້າໃນວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຄຸ້ມຄອງ,ຕິດຕາມ ກວດກາ ຕາມກົດໝາຍ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ຄ່ອງຕົວ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕິກະຊວງສາທາລະນະສຸກກ່າວວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ໂດຍສະເພາະການປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນວ່າ ຍັງມີຫຼາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ຍັງມີຫຼາຍບັນຫາທີ່ເກີດໃນຕົວຈິງ ແຕ່ບໍ່ໄດ້ຖືກກໍານົດເຂົ້າໃນກົດໝາຍ ສະບັບນີ້ ຊຶ່ງເປັນບັນຫາສິ່ງທ້າທາຍໃຫ້ແກ່ການປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ມີການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ການປ່ຽນແປງໃໝ່ຂອງໂລກ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ສາທາລະນະສຸກ ໃນໄລຍະປັດຈຸບັນ ແລະ ຍັງມີຫຼາຍບັນຫາທີ່ເກີດຂຶ້ນຕົວຈິງ ທີ່ບໍ່ໄດ້ກໍານົດໃນກົດໝາຍສະບັບນີ້ ເປັນຕົ້ນ ມາດຕະການທາງດ້ານສັງຄົມ, ການຮັກສາໄລຍະຫ່າງ, ການລາຍງານ, ການຈຳກັດບໍລິເວນ, ການກຳນົດເຂດການລະບາດ, ການກຳນົດກ່ຽວກັບມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍ ຍັງບໍ່ທັນລະອຽດ ແລະ ຮັດກຸມ ຊຶ່ງພາໃຫ້ມີຜູ້ທີ່ເຈດຕະນາແພ່ເຊື້ອພະຍາດຕິດຕໍ່ ໃຫ້ບຸກຄົນອື່ນ, ປິດບັງຂໍ້ມູນ ກ່ຽວກັບການເກີດພະຍາດຕິດຕໍ່, ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າ, ບໍ່ເຂົ້າ ຫຼື ລັກໜີຈາກສູນຈຳກັດບໍລິເວນ, ການລັກລອບເຂົ້າເມືອງແບບຜິດກົດໝາຍ,ການໂຮມຊຸມນຸມ ແລະ ອື່ນໆ ຈົນກາຍເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ ແລະ ເປັນສິ່ງສິ່ງທ້າທາຍ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຍັງບໍ່ທັນປະຕິບັດໄດ້ຕາມກົດໝາຍທີ່ໄດ້ກໍານົດໄວ້, ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງມີຫຼາຍຈຸດທີ່ບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ, ການຈັດຕັ້ງປະຕິບັດມີການຊໍ້າຊ້ອນ ໂດຍສະເພາະວຽກງານຄວບຄຸມພະຍາດຕິດຕໍ່ ໃນໄລຍະຜ່ານມາ ເຫັນວ່າ ນອກຈາກການນໍາໃຊ້ມາດຕະການທາງດ້ານສາທາລະນະສຸກແລ້ວ ຍັງໄດ້ນຳໃຊ້ມາດຕະການທາງດ້ານສັງຄົມ ແລະ ມາດຕະການອື່ນໆ ທີ່ຈຳເປັນ ເພື່ອເຮັດໃຫ້ສາມາດຄວບຄຸມການລະບາດຂອງພະຍາດຕິດຕໍ່ ໄດ້ຢ່າງທັນການ ກໍຄືບໍ່ໃຫ້ແພ່ລະບາດໄປສູ່ວົງກ້ວາງ.
ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ ສະພາບການຈັດຕັ້ງປະຕິບັດກົດໝາຍ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍ;. ຂະບວນການປັບປຸງກົດໝາຍ, ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍ; ຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍວ່າ: ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະບັບນໍາໃຊ້ໃນປັດຈຸບັນ ມີ 10 ພາກ, 7 ໝວດ, 83 ມາດຕາ. ໃນນີ້ ໄດ້ເພີ່ມ ໃໝ່ 1 ພາກ, ຕັດອອກ 1 ພາກ, ໄດ້ປັບປຸງ 36 ມາດຕາ, ເພີ່ມເຂົ້າໃໝ່ 6 ມາດຕາ, ໄດ້ຕັດອອກ 11 ມາດຕາ ແລະ ຮັກສາເດີມ 34 ມາດຕາ
ເນື້ອໃນພື້ນຖານຂອງການປັບປຸງມີ ໃນມາດຕາ 2 ກ່ຽວກັບການຄວບຄຸມພະຍາດຕິດຕໍ່ ໄດ້ປັບປຸງ ໂດຍເພີ່ມ ມາດຕະການທາງດ້ານສັງຄົມ ແລະ ການນໍາໃຊ້ມາດຕະການອື່ນ ທີ່ຈຳເປັນ ເຂົ້າໃນການສະກັດກັ້ນພະຍາດຕິດຕໍ່ ຢ່າງທັນການ ເພາະວ່າອີງໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ເຫັນວ່າ ການຄວບຄຸມພະຍາດຕິດຕໍ່ນັ້ນບໍ່ພຽງແຕ່ໄດ້ນໍາໃຊ້ແຕ່ມາດຕະການດ້ານສາທາລະນະສຸກເທົ່ານັ້ນ ແຕ່ຍັງມີຄວາມຈໍາເປັນທີ່ຕ້ອງໄດ້ນໍາໃຊ້ມາດຕະການທາງດ້ານສັງຄົມ ແລະ ການນຳໃຊ້ມາດຕະການອື່ນ ທີ່ຈຳເປັນ ເຂົ້າໃນການສະກັດກັ້ນພະຍາດຕິດຕໍ່ຢ່າງທັນການ ເພື່ອບໍ່ໃຫ້ແຜ່ລາມ ແລະ ລະບາດໄປສູ່ວົງກ້ວາງ; ສໍາລັບມາດຕາ 4 ກ່ຽວກັບການຈັດລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່ ໄດ້ເພີ່ມ ການຈັດລະດັບຄືນຕື່ມ ໂດຍສະເພາະ ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍອີງຕາມການປະເມີນ ຫຼື ຈັດລະດັບຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ;
ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຄາດວ່າ: ພາຍຫຼັງກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະສາມາດສະກັດກັ້ນການເກີດລະບາດຂອງພະຍາດຕິດຕໍ່, ຫຼຸດຜ່ອນການເຈັບເປັນ ແລະ ການເສຍຊິວິດຂອງຄົນ; ເຮັດໃຫ້ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ,ຄ່ອງຕົວ, ມີປະສິດຕິພາບ ແລະ ປະສິຕິຜົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່;. ເປັນການຍົກລະດັບຄວາມສາມາດໃນການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງ ສປປ ລາວ ໃຫ້ທັນສະໄໝເທື່ອລະກ້າວ ເພື່ອເປັນສິ່ງຢັ້ງຢືນ ຕໍ່ການປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ປີ 2005 ຂອງສປປ ລາວ ໃຫ້ປະກົດຜົນເປັນຈິງ.

