ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຈຸດພິເສດທີ່ຕັ້ງ ແລະ ພູມສັນຖານ ຂອງ ສປປ ລາວ ຕັ້ງຢູ່ຈຸດໃຈກາງ ການເຊື່ອມຈອດ ລະຫວ່າງ ອາຊຽນ-ສປ ຈີນ ແລະມີແມ່ນໍ້າຂອງ ທີ່ເປັນແມ່ນໍ້າສາກົນໄຫຼຜ່ານ, ມີນໍ້າສາຂາຈຳນວນຫຼາຍ ທີ່ມີເງື່ອນໄຂ ເໝາະສົມໃນການພັດທະນາເຂື່ອນໄຟຟ້າພະລັງນໍ້າ, ການເດີນເຮືອ, ການດຳລົງຊີວິດ, ການທ່ອງທ່ຽວທາງນໍ້າ ສາມາດເຊື່ອມຈອດທາງບົກ, ທາງລົດໄຟ ແລະ ທາງອາກາດ, ຊຶ່ງຈະເຮັດໃຫ້ ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າເພີ່ມຂຶ້ນ ໃນອະນາຄົດຂ້າງໜ້ານີ້.
ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ເຊິ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 20 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ
ທ່ານວຽງສະຫວັດ ສີພັນດອນ ກ່າວວ່າ: ພາຍຫຼັງ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ສປປ ລາວ ໄດ້ຄ່ອຍເຊື່ອມສານເຂົ້າກັບພາກພື້ນ ແລະສາກົນ ໂດຍໄດ້ເປີດກວ້າງ ດ້ານການຄ້າ, ການລົງທຶນ ນັບມື້ ນັບຫຼາຍຂຶ້ນ. ພວກເຮົາໄດ້ເຂົ້າເປັນພາຄີສົນທິສັນຍາ ແລະ ສັນຍາ ສາກົນຫຼາຍສະບັບ ເຊັ່ນ: ສັນຍາແມ່ນໍ້າຂອງສາກົນໃນປີ 1995, ສັນຍາການເດີນເຮືອ ເພື່ອການຄ້າ ຕາມແມ່ນໍ້າຂອງ-ນໍ້າລ້ານຊ້າງໃນປີ 2000. ກົມທາງນໍ້າ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008 ແລະ ໄດ້ມີການແລກປ່ຽນ ທາງດ້ານເຕັກນິກ ວິຊາການ, ວຽກງານທາງນໍ້າ ກໍ່ໄດ້ຮັບການພັດທະນາ ແລະຍົກ ລະດັບຂຶ້ນເທື່ອລະກ້າວ.
ພ້ອມນີ້ ພື້ນຖານໂຄງລ່າງການທາງນໍ້າ ກໍ່ໄດ້ຮັບການພັດທະນາ ເປັນຕົ້ນ ການປ້ອງກັນຕາຝັ່ງເຈື່ອນ, ຄັນຄູປ້ອງກັນນໍ້າຖ້ວມຕົວເມືອງ, ທ່າເຮືອ ແລະ ຄອງເດີນເຮືອ ໄດ້ຮັບການພັດທະນາເປັນກ້າວໆ, ຈຳນວນເຮືອຂົນສົ່ງ ຜູ້ໂດຍສານ, ນັກທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະ ແມ່ນຢູ່ແມ່ນໍ້າຂອງຕອນເໜືອ. ຄຽງຄູ່ກັນນີ້ ຜົນກະທົບຂອງການປ່ຽນແປງ ສະພາບ ດິນຟ້າອາກາດ ລວມທັງກິດຈະການຕ່າງໆ ທີ່ມະນຸດສ້າງຂຶ້ນ ເຊັ່ນ: ການຂຸດຄົ້ນຫີນແຮ່, ຊາຍ ແລະ ການກໍ່ສ້າງກິດຈະການຕ່າງໆ ຍື່ນອອກມາຕາມແຄມ ຫຼື ກາງແມ່ນໍ້າ ຂອງປະເທດໃກ້ຄຽງ ໄດ້ມີຜົນ ກະທົບຕໍ່ຕາຝັ່ງຕາມແຄມແມ່ນໍ້າເປັນຕົ້ນ: ນໍ້າຂອງ ແລະ ນໍ້າເຫືອງ ທີ່ເປັນຊາຍແດນທາງນໍ້າ ມີການເຊາະເຈື່ອນຢ່າງຮ້າຍແຮງ ລວມທັງກະທົບ ເກາະ ດອນຕ່າງໆ ແລະເຮັດໃຫ້ກະແສນໍ້າ ປ່ຽນແລວມາກະທົບໃສ່ຕາຝັ່ງເບື້ອງພວກເຮົາຢ່າງຮ້າຍແຮງ.
ຜ່ານມາ ລັດຖະບານ ໄດ້ຍົກສູງບົດບາດຄວາມສໍາຄັນ ຂອງການປ້ອງກັນຕາຝັ່ງເຈື່ອນ ແລະ ປ້ອງກັນນໍ້າຖ້ວມຕົວເມືອງໄດ້ສຸມທຶນຮອນໃສ່ ເພື່ອປົກປັກຮັກສາເຂດນໍ້າແດນດິນ, ຊັບສິນຂອງຊາດ ແລະ ຂອງປະຊາຊົນ ເພື່ອຫຼຸດຜ່ອນ ຜົນກະທົບທັງໄລຍະສັ້ນ ແລະໄລຍະຍາວ ແນໃສ່ເຮັດໃຫ້ຕາຝັ່ງແມ່ນໍ້າ ໂດຍສະເພາະ ແມ່ນໍ້າຂອງ ແລະ ນໍ້າເຫືອງ ໃຫ້ມີຄວາມຍືນຍົງ.
ການສ້າງຮ່າງກົດໝາຍ ວ່າດ້ວຍການທາງນໍ້າ ໄດ້ນໍາໃຊ້ບົດຮຽນ ແລະຕົວຢ່າງຂອງ ກົດໝາຍວ່າດ້ວຍ ການລົດໄຟ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍ ການບິນພົນລະເຮືອນ, ກົດໝາຍວ່າດ້ວຍ ທາງຫຼວງ, ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ, ກົດໝາຍວ່າດ້ວຍ ການກໍ່ສ້າງ ແລະ ກົດໝາຍຂອງປະເທດອ້ອມຂ້າງ ແລະ ອື່ນໆ ເປັນບ່ອນອີງ.
ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ຮູ້ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍວ່າດ້ວຍ ການທາງນໍ້າ ຍ້ອນວ່າບໍ່ທັນມີກົດໝາຍ ຄຸ້ມຄອງວຽກງານການທາງນໍ້າ ສະເພາະ; ນິຕິກໍາ ທີ່ມີໃນປະຈຸບັນ ຍັງບໍ່ທັນກຳນົດລະອຽດ, ຮັດກຸມ ກວມເອົາໜ້າທີ່ສໍາຄັນ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການ ຈັດຕັ້ງປະຕິບັດ, ທັງເປັນການແກ້ໄຂ ຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານການທາງນໍ້າ ໂດຍໃຫ້ເປັນລະບົບລວມສູນ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງບັນດາ ຂະແໜງການທີ່ກ່ຽວຂ້ອງ, ມີກົນໄກປະສານງານ ແລະຕິດຕາມ ກວດກາ ໃນການຈັດຕັ້ງປະຕິບັດ ວຽກງານການທາງນໍ້າ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ຮັບປະກັນການຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນທີ່ ທີ ສປປ ລາວ ເປັນພາຄີ.
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະຕິບັດຂັ້ນຕອນການສ້າງຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ປະກອບດ້ວຍພາກສ່ວນ ທັງພາຍໃນກະຊວງ ຍທຂ ແລະພາກສ່ວນອື່ນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນຄະນະ ແລະ ໄດ້ຈັດກອງປະຊຸມປະກອບຄຳຄິດຄຳເຫັນ ເຊິ່ງມີລາຍລະອຽດ ໂດຍໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ສ້າງຮ່າງກົດໝາຍ ວ່າດ້ວຍການທາງນໍ້າ ໃນປີ 2019; ຄົ້ນຄວ້າ ສ້າງຮ່າງກົດໝາຍສະບັບຕົ້ນສຳເລັດ ໃນທ້າຍເດືອນທັນວາ 2021;
ຮ່ງກົດໝາຍສະບັບນີ້ ປະກອບມີ 16 ພາກ, 23 ໝວດ ແລະ 145 ມາດຕາ, ເປັນຕົ້ນ: ພາກ ຍຸດທະສາດການທາງນໍ້າ ມີ 2 ມາດຕາ, ພາກການຂົນສົ່ງທາງນໍ້າ ມີ 7 ໝວດ, 26 ມາດຕາ, ພາກເຮືອ ມີ 5 ໝວດ, 23 ມາດຕາ, ພາກການຈະລາຈອນທາງນໍ້າ ແລະ ອຸບປະຕິເຫດທາງນໍ້າ ມີ 7 ມາດຕາ, ພາກເຂດສະຫງວນທາງນໍ້າ ມີ 7ມາດຕາ, ພາກກິດຈະການ ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ໂຄງລ່າງພື້ນຖານທາງນໍ້າ ມີ 7 ໝວດ, 31ມາດຕາ, ພາກທ່າເຮືອ, ຄອງເດີນເຮືອ ແລະ ປະຕູເດີນເຮືອ ມີ 2 ໝວດ, 14 ມາດຕາ, ພາກການຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນໍ້າ ມີ 3 ມາດຕາ, ພາກທຸລະກິດກ່ຽວກັບການທາງນໍ້າ ມີ 3 ມາດຕາ, ພາກສະມາຄົມຜູ້ດຳເນີນທຸລະກິດ ກ່ຽວກັບການທາງນໍ້າ ມີ 3 ມາດຕາ, ພາກຂໍ້ຫ້າມ ມີ 3 ມາດຕາ,
ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ຮູ້ວ່າ: ຫາກຮ່າງກົດໝາຍວ່າດ້ວຍ ການທາງນໍ້າ ສະບັບນີ້ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ແລ້ວ ກໍຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທາງນໍ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານທາງນໍ້າ ລະຫວ່າງຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງມີຄວາມເປັນເອກະພາບ ໃນຂອບເຂດ ທົ່ວປະເທດ; ເປັນເຄື່ອງມືທີ່ສຳຄັນ, ຮັດກຸມ ແລະຄົບຖ້ວນ ໃນການຄຸ້ມຄອງລັດ ດ້ວຍກົດໝາຍ, ປະກອບ ສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເປັນບ່ອນອີງ ໃຫ້ແກ່ການສ້າງນິຕິກຳ ໃຕ້ກົດໝາຍ ແລະ ມາດຕະຖານເຕັກນິກຕ່າງໆ ໃນການຄຸ້ມຄອງມະຫາພາກ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເທື່ອລະກ້າວ; ດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາໃນວຽກງານການທາງນໍ້າ; ຊຸກຍູ້, ສົ່ງເສີມໃຫ້ພາກສ່ວນ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມໃນການພັດທະນາວຽກງານທາງນ້ຳ ໃຫ້ນັບມື້ນັບຫຼາຍຂຶ້ນ.