ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ສໍາເລັດການເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ”

May 1, 2025

ໃນຕອນເຊົ້າ ເວລາ 06:30 ໂມງ ຂອງວັນທີ 30 ເມສາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕເລີມ, ເລ​ຂາ​ທິ​ການ​ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30/4/1975 – 30/4/2025) ຢູ່ ນະຄອນໂຮ່ຈິມິນ, ສສ ຫວຽດນາມ ເຊີ່ງ ຄະນະບໍລີຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຂຶ້ນ ໂດຍມີ ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍປະທານປະເທດ ເລືອງເກືອງ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ, ສະຫາຍປະທານະພາແຫ່ງຊາດ ເຈີນແທງເມີ້ນ, ສະຫາຍປະທານສູນກາງແນວໂຮມປະເທດຊາດ ໂດ໊ວັນຈຽນ ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາ ຂັ້ນສູງ ພັກ, ລັດ ສສ ຫວຽດນາມ, ແຂກພາຍໃນ ແລະ ຕ່າງປະເທດ, ຈຳນວນຫລາຍຄະນະໄດ້ເຂົ້າຮ່ວມ, ສໍາລັບຄະນະຜູ້ແທນຈາກ ສປປ ລາວ, ນອກຈາກ ຄະນະຜູ້ແທນຈາກຄະນະຜູ້ແທນຈາກສູນກາງແລ້ວ ຍັງມີຄະນະຜູ້ແທນຈາກ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງຂໍາປາສັກ, ສະຫວັນນະເຂດ ແລະ ຫົວພັນ ເຂົ້າຮ່ວມ.
ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ເປັນການຈັດພິທີລະດັບຊາດ ໂດຍມີການສວນສະໜາມ ຢູ່ ຖະໜົນ ເລ ຢວັ້ນ – ທໍານຽບເອກະລາດ ນະຄອນໂຮ່ຈິມິນ ເຊິ່ງມີກ້ອນກໍາລັງຕ່າງໆ ເຂົ້າຮ່ວມສວນສະໜາມ ຫຼາຍກວ່າ 13 ພັນຄົນ. ໃນນັ້ນ, ມີກ້ອນກໍາລັງຂອງ ກອງທັບປະຊາຊົນລາວ ແລະ ກ້ອນກໍາລັງຈາກປະເທດອື່ນ ເຊັ່ນ:​ ກອງທັບປະຊາຊົນຈີນ ແລະ ກອງທັບຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມສວນສະໜາມ; ນອກນັ້ນ, ໃນພິທີຍັງມີການຍິງປືນໃຫຍ່ 21 ນັດ, ພ້ອມດຽວກັນນັ້ນ ກໍມີເຮືອບິນ ເອເລກົບ ຈໍາວນ 13 ລໍາ, Yal – 130 ຈໍານວນ 9 ລໍາ ແລະ Su-30MK2 ຈໍານວນ 7 ລໍາ ຂອງ ກອງທັບອາກາດຫວຽດນາມ ເຂົ້າຮ່ວມບິນສວນສະໜາມຊົມເຊີຍ ເທິງນ່ານຟ້າຂອງ ນະຄອນໂຮ່ຈິມິນ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາຂັ້ນສູງພັກ, ລັດ ສປປ ລາວ ໄດ້ພົບປະກັບ ສະຫາຍເລຂາທິການໃຫຍ່ ໂຕເລີມ ແລະ ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ເຂົ້າຮ່ວມພິທີປະດັບການຍ້ອງຍໍ ຫຼຽນໄຊ ຈາກ ລັດຖະບານ ສປປ ລາວ ໃຫ້ແກ່ ຮອງປະທານປະເທດ ແລະ ອະດິດຮອງປະທານປະເທດຂອງ ຫວຽດນາມ ທີ່ໄດ້ມີບັນດາຜົນງານດີເດັ່ນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍສະຫາຍປະທານປະເທດ ເລືອງເກືອງ; ນອກນັ້ນ ຍັງພົບປະກັບ ຄະນະຜູ້ແທນຂັ້ນສູງຂອງ ສ. ກູບາ ນໍາໂດຍ ສະຫາຍ ຊານວາດໍຣ ວານເດັສ ເມສາ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສ.ກູບາ ທີ່ເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ເຊັ່ນດຽວກັນ.
May be an image of 1 person
May be an image of text that says 'QUÂN'