ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່

Apr 11, 2025

ສານປະຊາຊົນສູງສຸດ ປະກາດແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່
ວັນທີ 10 ເມສາ 2025, ສານປະຊາຊົນສູງສຸດ ໄດ້ປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່, ໂດຍມີ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີບັນດາຫົວໜ້າກົມ, ຄະນະສານ ແລະ ສະຖາບັນຄົ້ນຄວ້າ-ຝຶກອົບຮົມ, ພະນັກງານສານປະຊາຊົນ ເຂົ້າຮ່ວມ.
ສະຫາຍ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນສີ່ ໂດຍເຫັນດີແຕ່ງຕັ້ງສະຫາຍ ໄລລາທອງ ຂັນຕິຍະລາດ, ສະຫາຍ ສະໝອນ ສີບູລະ ແລະ ສະຫາຍນາງ ຈອມພັນ ຈັນທະວີ ຜູ້ພິພາກສາຊັ້ນສາມ ສານປະຊາຊົນສູງສຸດ ເປັນຜູ້ພິພາກສາຊັ້ນສີ່ ຂອງສານປະຊາຊົນສູງສຸດ.
ໂອກາດດັ່ງກ່າວ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກໍໄດ້ມອບມະຕິແຕ່ງຕັ້ງ ແລະ ປະດັບຊັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງຢ່າງສົມກຽດ; ພ້ອມເນັ້ນໜັກໃຫ້ເອົາໃຈໃສ່ກຳແໜ້ນພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ໃນການຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທຳມາສູ່ສັງຄົມ.
ພາບ-ຂ່າວ: ກະແຕ