ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 7 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ທົ່ວຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຄັ້ງທີ I ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ໄລຍະ 5 ປີ (2021-2025) ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະພັກ-ຄະນະນຳ ຫສນຍ, ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ບັນດາກົມ ແລະ ຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ສະມາຊິກພັກ, ພະນັກ ງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ.
ເນື້ອໃນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການເຜີຍແຜ່ ແລະ ຜ່ານເອກະສານສຳຄັນ ຄື: ເຜີຍແຜ່ບົດຄຳເຫັນໂອ້ລົມ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະ ເທດ ຄັ້ງທີ XI ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະ ເທດ ຄັ້ງທີ XI; ຜ່ານບົດລາຍງານ ວຽກງານຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ ໄລ ຍະ 5 ປີຕໍ່ໜ້າ ຂອງ ຫສນຍ ແລະ ໄດ້ຮັບຟັງ ການປະກອບຄຳເຫັນ ຂອງຜູ້ຕາງໜ້າບັນດາກົມ ຈຳ ນວນໜຶ່ງ ຕໍ່ການສະຫຼຸບຕີລາຄາວຽກງານຈັດຕັ້ງ; ຜ່ານຮ່າງມະຕິກອງປະຊຸມວຽກງານຈັດຕັ້ງ ຄັ້ງທີ I ຂອງ ຫສນຍ. ອັນສໍາຄັນ ແມ່ນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຈາກສະຫາຍ ປະທານກອງປະຊຸມ ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາ ຄາສູງ ຕໍ່ຜົນສຳເລັດ ທີ່ສາມາດປະຕິບັດໄດ້ ຕະຫຼອດໄລຍະທີ່ຜ່ານມາ; ໄດ້ເນັ້ນໜັກ ຕໍ່ທິດທາງແຜນການໃນຕໍ່ໜ້າ ແລະ ໃຫ້ເອົາໃຈໃສ່ ດັ່ງນີ້:
1) ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ມອບໃຫ້ກົມຈັດຕັ້ງ ແລະ ພະ ນັກງານ ສືບຕໍ່ເກັບກຳ ແລະ ສັງ ລວມບັນດາຄຳເຫັນ ຕໍ່ຄຳຖາມເຈາະຈີ້ມ ທີ່ສະຫາຍປະທານກອງປະຊຸມ ໄດ້ຕັ້ງຂຶ້ນ ແລະ ມອບໃຫ້ບັນດາໜ່ວຍພັກ ນຳໄປຄົ້ນຄວ້າກ່ອນໜ້ານີ້ ເພື່ອນຳມາສະຫຼຸບລາຍງານຄະນະປະຈຳພັກ ແລະ ເປັນຂໍ້ມູນປັບປຸງບົດສະຫຼຸບ ໃຫ້ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ຄົບຖ້ວນ ແລະ ແທດຕົວຈິງຫຼາຍຂຶ້ນກວ່າເກົ່າ.
2) ໃຫ້ຄະນະພັກທຸກຂັ້ນ ຖືວຽກ ງານຈັດຕັ້ງ ເປັນວຽກຍຸດທະສາດ ແລະ ເປັນຂອດຕັດສິນຜົນໄດ້ຜົນເສຍ ຂອງການຈັດຕັ້ງປະຕິບັດວຽກງານ.
3) ເດັດດ່ຽວ ລົງເລິກ ຄົ້ນຄວ້າ ແລະ ວິເຄາະ ບັນຫາວຽກງານຈັດຕັ້ງ ຢູ່ ຫສນຍ ຍັງມີຈຸດໃດ, ຂອດໃດ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໂດຍສົມທຽບໃສ່ 6 ບັນຫາຄົງຄ້າງລວມ ທີ່ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ຕັ້ງຂຶ້ນ ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.
4) ເອົາໃຈໃສ່ຍົກສູງວຽກງານ ການກໍ່ສ້າງພັກ ໂດຍໃຫ້ອົງການຈັດຕັ້ງມະຫາຊົນ ມີສ່ວນຮ່ວມຢ່າງຕັ້ງໜ້າ.
5) ສ້າງການຫັນປ່ຽນທີ່ແທ້ຈິງ ໃນທຸກຂອດ ຂອງວຽກງານພະ ນັກງານ ເປັນຕົ້ນ ການໃຫ້ໂອກາດ, ການຊຸກຍູ້ສົ່ງເສີມ ແລະ ການກຳນົດໄລຍະເວລາຈັດຕັ້ງປະ ຕິບັດ; ການຄຸ້ມຄອງ ຢ່າງແທດເຖິງ ແລະ ມີຄຸນນະພາບ ໂດຍສະເພາະ ການກຳຈຸດພິເສດ, ກຳລະບຽບຫຼັກການ, ກຳແນວຄິດ-ທິດສະດີ ແລະ ການກະທຳ; ກ້າປົກປ້ອງພະນັກງານ ທີ່ເຄື່ອນໄຫວຖືກ ຕ້ອງຕາມລະບຽບຫຼັກການ ໃຫ້ໄດ້ຮັບຄວາມຍຸຕິທຳ ແລະ ໂປ່ງໃສ.
6) ປັບປຸງອົງການອຳນາດລັດ ເປັນຕົ້ນ ກຳນົດລະບຽບການໃຫ້ລະ ອຽດຈະແຈ້ງ, ປະຕິບັດໃຫ້ສອດ ຄ່ອງກັບຫຼັກການ ແລະ ລະບຽບການ, ກົງຈັກ ແລະ ຂັ້ນຂອດກະ ທັດຮັດ; ພ້ອມກັນນັ້ນ ອົງການຈັດຕັ້ງມະຫາຊົນ ຕ້ອງເປັນເວທີຄັດເລືອກ ວຽກດີຄົນເດັ່ນ ວຽກຈິງຄົນແທ້ ທີ່ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງ ຫສນຍ ຢ່າງແທ້ຈິງ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.