ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ມີແຜນຈະພັດທະນາຖ້ຳອະນຸລັກ ໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

Apr 22, 2025

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກ ທີ່ຢູ່ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ເຊິ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.
ວັນທີ 22 ເມສາ 2025 ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງຊານໄຊ ສົມທົບກັບບໍລິສັດຜູ້ພັດທະນາອະນຸລັກປ່າແຫ່ງນີ້ໂດຍໃຕ້ການນຳພາ ຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລົງເຄື່ອນໄຫວສຳຫຼວດຕົວຈິງ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ, ປັດຈຸບັນ ດົງສະຫງວນແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນໄດ້ຖືກພັດທະນາ ແລະ ອະນຸລັກໃຫ້ເປັນເເຫຼ່ງທ່ອງທ່ຽວທາງ​ທຳມະຊາດ ແລະ ປະຫວັດສາດໂດຍແມ່ນບໍລິສັດຄູນຊັບ​ຈະເລີນກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວໄດ້ເລີ່ມລົງມືໃນການສໍາຫຼວດ ແລະ ບຸກເບີກເສັ້ນທາງເຂົ້າສູ່ສະຖານທີ່ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ໂດຍພື້ນຖານ ເພື່ອສ້າງເງື່ອນໄຂໃນການເຄື່ອນໄຫວສໍາຫຼວດໃນຄັ້ງນີ້ໃຫ້ສະດວກສະບາຍ ແລະ ໄດ້ລິເລີ່ມພັດທະນາອະນຸລັກແຫຼ່ງທ່ອງທ່ຽວປິ່ນອ້ອມສຳເລັດໂດຍພື້ນຖານອີກຈຳນວນໜຶ່ງ.
ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກໃນດົງ​ສະຫງວນ ຢູ່ເມືອງຊານໄຊ ໂດຍອີງຕາມການໃຫ້ສຳພາດຂອງ ທ່ານ ພິມສາ ຄຳມະນິວົງ ຄະນະເລຂາພັກຮາກຖານ ຮອງນາຍບ້ານດາກຮຽດ ໃຫ້ຮູ້ວ່າ: ຖ້ຳອະນຸລັກແຫ່ງນີ້ແມ່ນຢູ່ໃນເຂດດົງຫງວນພູແດງ, ຫ່າງຈາກເສັ້ນທາງໂຮຈີມິນ 1,1 ກິໂລເເມັດ ມີຊື່ເອີ້ນດັ້ງເດີມແມ່ນຖ້ຳຫ້ວຍໂປພູແດງ, ຢູ່ຈຸດດຽວກັນກັບຊາກລົດຕັງສະໄໝສົງຄາມ.
ສຳລັບການລົງເຄື່ອນໄຫວສຳຫຼວດຖ້ຳອະນຸລັກ ແມ່ນເຫັນໄດ້ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ ແລະ​ ອັດ​ສະ​ຈັນ​ໃຈ​, ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ການ​ສ້າງ​ທໍາ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ​ ມີ​ບັນ​ຍາ​ກາດ​ສະ​ຫງົບ​ເຫມາະ​ສົມ​ສໍາ​ລັບ​ການ​ພັກ​ຜ່ອນ​ ແລະ​ ສໍາ​ຜັດ​ກັບ​ຄວາມ​ງາມ​ຂອງ​ທໍາ​ມະ​ຊາດ​, ພາຍໃນຖໍ້າມີຫີນງອກ ແລະ ຫີນປູນທີ່ເຫລື້ອມງາມ, ສ້າງຄວາມຮູ້ສຶກທີ່ຫນ້າຕື່ນເຕັ້ນ ນອກຈາກນີ້ຍັງມີການທ່ອງທ່ຽວຖ້ໍາ ແລະ ການສຶກສາທໍາມະຊາດ.
ຕໍ່ກັບການສຳຫຼວດແຫຼ່ງທ່ອງທ່ຽວໃນຄັ້ງນີ້ ທ່ານ ເຈົ້າແຂວງອັດຕະປື ກໍ່ໄດ້ໃຫ້ການຊີ້ນຳໃນຫຼາຍຢ່າງທີ່ໜ້າສົນໃຈ ເພື່ອໃຫ້ພາກລັດ ແລະ ບໍລິສັດຜູ້ພັດທະນາຢູ່ໃນເຂດດັ່ງກ່າວ ໃຫ້ນັກທ່ອງທ່ຽວໄດ້ເດີນທາງຍ່າງປ່າໃຫ້ມີຄວາມປອດໄພ ແລະ ສະດວກແກ່ຜູ້ເດີນທາງ ເຊັ່ນ: ເສັ້ນທາງຍ່າງປ່າສຶກສາທໍາມະຊາດ, ຈັດຕັ້ງກິດຈະກໍາການອະນຸລັກທໍາມະຊາດເຊັ່ນ: ການປູກຕົ້ນໄມ້, ທໍາຄວາມສະອາດປ່າໄມ້ ແລະ ອື່ນໆ, ສະໜອງຂໍ້ມູນການທ່ອງທ່ຽວ: ສ້າງຈຸດຂໍ້ມູນຂ່າວສານເພື່ອສຶກສາກ່ຽວກັບຊີວະນາໆພັນ ແລະ ສິ່ງທີ່ນັກທ່ອງທ່ຽວຈະພົບເຫັນໃນການທ່ຽວຊົມ, ສ້າງຕັ້ງຮ້ານຂາຍອາຫານ ແລະ ເຄື່ອງທີ່ລະນຶກ: ສະໜັບສະໜູນທຸລະກິດທ້ອງຖິ່ນໂດຍການຕັ້ງບູດຂາຍອາຫານ ແລະ ເຄື່ອງທີ່ລະນຶກທີ່ຕິດພັນກັບວັດທະນະທຳທ້ອງຖິ່ນ, ຈັດການເດີນທາງສຶກສາທໍາມະຊາດ: ເຮັດວຽກກັບນັກຄົ້ນຄວ້າ ຫຼື ຜູ້ຊ່ຽວຊານໃນການຈັດການເດີນທາງ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບພືດ ແລະ ສັດໃນພື້ນທີ່. ນັກທ່ອງທ່ຽວ, ຜູ້ໃຫ້ບໍລິການ, ນັກສຳຫຼວດ, ນັກພັດທະນາ ແລະ ນັກຮຽນຮູ້ ຕ້ອງຄຳນຶງເຖິງການຮ່ວມມືຮ່ວມໃຈກັນຕໍ່ກັບການສະໜັບສະໜຸນຄວາມພະຍາຍາມ ໃນການອະນຸລັກ, ການສົ່ງເສີມການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຍືນຍົງສືບເມືອໜ້າ ແລະປະກອບສ່ວນເຂົ້າໃນການອະນຸລັກທໍາມະຊາດໃນໄລຍະຍາວ
ໂອກາດດຽວກັນ ຍັງໄດ້ສືບຕໍ່ຢ້ຽມຊົມສະຖານທີ່ແຫຼ່ງທ່ອງທ່ຽວ ແລະ ເຂດຜະລິດກະສິກຳຕື່ມອີກ.
ໂດຍ: ໄພບູນ