ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງແຜນດໍາເນີນງານກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້

Nov 1, 2024

ວັນທີ 31 ຕຸລາ 2024, ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ລິນຄໍາ ດວງສະຫວັນ, ລັດຖະ ມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັນລົງນາມໃນພິທີເຊັນຮັບຮອງແຜນດໍາເນີນງານ ກ່ຽວກັບ ການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ຂອງບ້ານທີ່ ນອນຢູ່ໃນເຂດທີ່ດິນປ່າໄມ້ ຈໍານວນຫຼາຍກ່ວາ 3,000 ບ້ານ ພາຍໃຕ້ການສະໜັບສະ ໜູນຂອງທະນາຄານໂລກ ແລະ ກອງທຶນ PROGREEN ໂດຍມີຈຸດປະສົງເພື່ອປັບ ປຸງສິດນໍາໃຊ້ທີ່ດິນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດໃຫ້ແກ່ປະຊາຊົນລາວ ຈໍານວນ 24% ຂອງພົນລະເມືອງທັງໝົດ.
ທີ່ມາ: World Bank Laos – ທະນາຄານໂລກ