ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບການເຂົ້າພົບປະຂອງຄະນະການນໍາຈາກນະຄອນດົງເຮີ່ຍ ແຂວງກວາງບິ່ງ ສສ ຫວຽດນາມ

Apr 23, 2025

ວັນທີ 22 ເມສາ 2025 ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຫງວຽນ ຮິ້ວ ເຟືອກ ຮອງເລຂາ, ຜູ້ປະຈໍາການພັກ ນະຄອນດົງເຮີ່ຍ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນ ຕາມເນື້ອໃນບົດບັນທຶກການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ລະຫວ່າງ ເມືອງທ່າແຂກ ແຂວງຄໍາມ່ວນ ສປປ ລາວ ກັບ ນະຄອນດົງເຮີ່ຍ ແຂວງກວາງບິ່ງ ສສ ຫວຽດນາມ.
ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະນໍານະຄອນດົງເຮີ່ຍ ໃນການເດີນທາງມາຄັ້ງນີ້. ເຊິ່ງແຂວງຄໍາມ່ວນ ແລະ ແຂວງກວາງບິ່ງ ເປັນແຂວງທີ່ມີຊາຍແດນຕິດຈອດກັນ, ຜ່ານມາການນໍາທັງສອງແຂວງກໍ່ໄດ້ມີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງຮອບດ້ານ, ການມາເຄື່ອນໄຫວຂອງຄະນະການນໍາຈາກນະຄອນດົງເຮີ່ຍໃນຄັ້ງນີ້ ກໍ່ເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ແຂວງຄໍາມ່ວນ ແລະ ແຂວງກວາງບິ່ງເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນດົງເຮີ່ຍ ກັບເມືອງທ່າແຂກ. ເຊິ່ງໃນການປຶກສາຫາລືຂອງການພົວພັນຮ່ວມມືໃນຄັ້ງນີ້ ສະເໜີໃຫ້ສອງຝ່າຍ ເອົາໃຈໃສ່ແລກປ່ຽນບົດຮຽນໂດຍລົງເລິກເຖິງວຽກງານທາງດ້ານການຄ້າ-ການລົງທຶນ, ດ້ານການທ່ອງທ່ຽວ ໃຫ້ເຂົ້າສູ່ລວງເລິກ ລວມເຖິງວຽກງານດ້ານການພັດທະນາຕົວເມືອງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຄຸ້ມຄອງບໍລິຫານວຽກງານຕາແສງ ແລະ ອື່ນໆ ພ້ອມກັນນັ້ນແມ່ນໃຫ້ມີການໄປມາຫາສູ່ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນປະຈໍາ, ຕໍ່ເນື່ອງ ເພື່ອໃຫ້ມີການພົວພັນໃກ້ຊິດກັນຫຼາຍຂຶ້ນ. ພິເສດແມ່ນໃຫ້ຄະນະນໍາ ແລະ ການຈັດຕັ້ງທີ່ກ່ຽວຂ້ອງຂອງນະຄອນດົງເຮີ່ຍ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເພື່ອເຮັດແນວໃດໃຫ້ການສະເໜີເອົາເຂດອຸທິຍານແຫ່ງຊາດ ຫີນໜາມໜໍ່ ເມືອງບົວລະພາ ແຂວງຄໍາມ່ວນ ທີ່ມີຊາຍແດນຕິດຈອດກັບເຂດຟອງຢ່າແກບາງ ສສ ຫວຽດນາມ ໃຫ້ໄດ້ຖືກຮັບຮອງເຂົ້າເປັນມໍລະດົກໂລກ ໃນອະນາຄົດ.