ເມືອງຫົງສາ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ,ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາທົ່ວເມືອງ ປະຈຳປີ 2024

ກອງປະຊຸມສະຫຼຸບວຽກງານກໍ່ສ້າງພກພະນັກງານ, ປັບປຸງກົງຈກການຈັດຕັ້ງ ແລະ ວຽກງານກວດກາທົ່ວເມືອງຫົງສາ ແຂວງໄຊຍະບູລີ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີສະຫາຍ ນາງ ແສງຫຼ້າ ມະຫາວົງສະນັ່ນ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ພູວົງ ກອງຊັບ ກຳມະການປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງ, ເລຂາໜ່ວຍພັກບ້ານເທດສະບານ, ຫົວໜ້າລັດວິສາຫະກິດ, ຮອງປະທານຄະນະກວດກາ, ຜູ້ທີ່ເຮັດວຽກກວດກາພັກ-ກວດກາລັດຢູ່ໜ່ວຍພັກ ແລະ ຫົວໜ້າໜ່ວຍງານບໍລິຫານ-ຈັດຕັ້ງ ຂອງແຕ່ລະຫ້ອງການ-ອົງການ ກົມກອງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມສະຫາຍ ນາງ ແສງຫຼ້າ ມະຫາວົງສະນັ່ນ ແລະ ສະຫາຍ ພູວົງ ກອງຊັບ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວເມືອງຫົງສາ ປະຈຳປີ 2024 ແລະ ທິດທາງໜ້າທີ່ ປີ 2025 ແລະ ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຊຶ່ງໄດ້ຍົກໃຫ້ເຫັນຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້.
ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງ ການຜ່ານລະບຽບການ ວ່າດ້ວຍການຮັກສາເອກະສານ ກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024, ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ, ສະບັບວັນທີ 14 ກຸມພາ 2024, ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດຳເນີນຄະດີ ການສໍ້ລາດບັງຫຼວງ, ສະບັບວັນທີ 29 ມັງກອນ 2024, ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີສໍ້ລາດບັງຫຼວງ, ສະບັບວັນທີ 14 ກຸມພາ 2024 ແລະ ຄຳແນະນຳເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການມີຄໍາເຫັນໂອ້ລົມຂອງສະຫາຍເລຂາພັກເມືອງຕື່ມອີກ.
ຂ່າວ-ພາບ: ຖວທ ເມືອງຫົງສາ




