ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຊສ ປາຖະກະຖາວັນສໍາຄັນຂອງພັກ – ຂອງຊາດ

Mar 18, 2025

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ມີການຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດ ຊາດ ຄົບຮອບ 79 ປີ (21/3/1946-21/3/2025) ໃນວັນທີ 18 ມີນານີ້ ທີ່ ກຊສ, ໂດຍການປາຖະກະຖາຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ຈຸດປະສົງ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງ ໃຫຍ່ຂອງການປະຕິວັດພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາ ຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກ ແລະ ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະ ຫຼະອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຕໍ່ສູ້ກູ້ຊາດໃນສະໄໝສົງຄາມ ແລະ ເຫັນໄດ້ຜົນງານອັນໃຫຍ່ຫຼວງຂອງບັນດາບັນພະ ບູລຸດຜູ້ທີ່ເສຍສະຫຼະຊີວິດ, ເພື່ອປະຊາຊົນລາວ, ເພື່ອປະເທດ ຊາດ.
ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ຍົກໃຫ້ເຫັນວ່າ: ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນຳພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມ ສະ ຫຼາດສ່ອງໃສ ອັນໄດ້ນຳພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນ້ຳໃຈຮັກຊາດບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ, ພັກປະຊາຊົນ ປະຕິວັດລາວ ໃນເມື່ອກ່ອນ ກໍຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນຳພາປວງຊົນລາວປົດປ່ອຍ ແລະ ປະກາດເອກະລາດ ແລະ ອະທິປະໄຕຂອງຕົນຂຶ້ນ ໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍ ພັກເຮົາກໍໄດ້ນຳພາປວງຊົນລາວດຳເນີນການປົວແປງ ຮໍາບາດແຜສົງຄາມ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ.
ຈາກນັ້ນ, ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນ ບັ້ນຮົບປ້ອງກັນເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ໃນລາວ, ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າ ເມືອງຂຶ້ນແບບເກົ່າຜູ້ຮຸກຮານເທົ່ານັ້ນ ແຕ່ຍັງສະແດງເຖິງຄວາມສາມັກຄືຕໍ່ສູ້ດ້ວຍເລືອດເນື້ອ ລະຫວ່າງ ປະຊາຊົນສອງຊາດລາວ-ຫວຽດນາມ, ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສຂອງນ້ຳໃຈສູ້ຮົບຢ່າງພິລາດອາດຫານ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະບັນຊາການກຳລັງປະກອບອາວຸດພວກເຮົານຳໂດຍ ປະທານ ສຸພານຸວົງ ເປັນຜູ້ບັນຊາການທີ່ກ້າແກ່ນ.