ກຍມ ຈັດງານວາງສະແດງ-ຂາຍຜະລິດຕະພັນ ເຟີນີເຈີໄມ້ລາວ ຄັ້ງທີ 9

ທ່ານ ທອງດຳ ສີຫາມາຍາ ປະທານສະມາຄົມເຟີນິເຈີລາວໃຫ້ຮູ້ວ່າ: ງານວາງສະແດງ ຜະລິດຕະພັນເພີນີເຈີລາວ ຄັ້ງທີ 9 ປະຈໍາປີ 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 8-16 ມີນາ 2025 ໂດຍຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມເຖິງ 150 ຫົວໜ່ວຍ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ງານຄັ້ງນີ້ໄດ້ເຕົ້າໂຮມເອົາບັນດາຜະລິດຕະ ພັນເພີນີເຈີ, ທີ່ເປັນຫົວຄິດປະດິດສ້າງຂອງຄົນລາວເຮົາ ເຂົ້າມາເຕົ້າໂຮມກັນ ເພື່ອໂຄສະນາ, ວາງຈຳໜ່າຍຕໍ່ຊາວລາວ ແລະ ຊາວຕ່າງປະເທດ ໃຫ້ຮັບຮູ້ເຖິງຄວາມພ້ອມຂອງຜະລິດຕະພັນເພີນີເຈີລາວ ໃນການແຂ່ງຂັນດ້ານການຄ້າກັບພາກພື້ນ ແລະ ສາກົນ, ສົ່ງເສີມໃຫ້ຜູ້ປະກອບການໄດ້ມີໂອກາດແລກປ່ຽນ ບົດຮຽນປະສົບການ ເຊິ່ງກັນ ແລະ ກັນ ແລະ ນໍາເອົາບົດຮຽນ ດັ່ງກ່າວ ໄປປັບໃຊ້ເຂົ້າໃນຂະບວນການຜະລິດ, ການບໍລິການ ຂອງເຂົາເຈົ້າໃຫ້ເກີດດອກອອກຜົນ, ທັງເປັນການຊຸກຍູ້ໃຫ້ປະຊາຊົນລາວບັນດາເຜົ່າມີການຜະລິດສິນຄ້າ ໃຫ້ນັບມື້ນັບຫຼາຍຂື້ນໄປເລື້ອຍໆ ທາງດ້ານປະລິມານ ແລະ ຄຸນນະພາບ, ທັງເປັນການດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມາລົງທຶນໃນຂົງເຂດການຜະລິດເພີນີເຈີ, ສ້າງມູນລະຄ່າເພີມໃຫ້ແກ່ຜະລິດຕະພັນໄມ້ລາວ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ພ້ອມທັງຍັງເປັນການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນລາວບັນດາເຜົ່າ.
ສິນຄ້າທີ່ນຳມາມາວາງສະແດງ ແລະ ຂາຍພາຍໃນງານ ປະກອບມີ ຜະລິດຕະ ພັນເຄື່ອງເຟີນີເຈີ ທີ່ຜະລິດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ຈາກວັດສະດຸ ເສດເຫຼືອຕ່າງໆ ທີ່ເຮັດເປັນເຄື່ອງເຟີນີເຈີ, ຜະລິດຕະພັນຫັດຖະກຳ ແລະ ເຄື່ອງແກະສະຫຼັກຕ່າງໆ, ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງ ພາຍໃນເຮືອນ, ອຸປະກອນປະກອບ ແລະ ຮັບໃຊ້, ເຄື່ອງມື, ເຄື່ອງຈັກຕ່າງໆ ທີ່ກ່ຽວກັບການຜະລິດເຄື່ອງເຟີນີເຈີໄມ້, ເຄື່ອງຮັບໃຊ້ວຽກງານກໍ່ສ້າງເຮືອນ ແລະ ຜະລິດຕະພັນອາຫານ ແລະ ຢາ.
ສຳລັບທ່ານທີ່ຕ້ອງການເອົາຜະລິດຕະພັນໄປວາງສະແດງ ແລະ ຂາຍ ສາມາດຕິດຕໍ່ພົວພັນຈອງພື້ນທີ່ວາງສະແດງ ນຳຫ້ອງການ ສະມາຄົມເຟີນີເຈີລາວ 020 5546 4847, 9289 9415.






