ເມື່ອບໍ່ດົນມາ, ຄະນະຜູ້ແທນລາວ ນຳໂດຍທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ກຕສ) ໄດ້ເດີນທາງເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2025 ທີ່ກຸ້ຍຢາງ, ສປ ຈີນ.
ຈຸດປະສົງຂອງງານ ແມ່ນເພື່ອຜັນຂະຫຍາຍວຽກງານການເຊື່ອມຈອດລະຫວ່າງ ອຸດສາຫະກຳ ແລະ ການສຶກສາໃນລະດັບພາກພື້ນແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ໃຫ້ມີຄວາມກ້າວໜ້າ. ໃນການເຂົ້າຮ່ວມຍັງປະກອບດ້ວຍກິດຈະກໍາຝຶກອົບຮົມ ໃຫ້ແກ່ຄະນະເດີນທາງຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼາຍກິດຈະກໍາ ແລະ ຄະນະຝ່າຍລາວແລະ ຈີນ ກໍໄດ້ຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນການນຳສະເໜີ, ແລກປ່ຽນຜົນງານ ແລະ ປະສົບການ ລວມເຖິງການປະສານຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ. ພ້ອມນີ້, ຍັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນເລິກເຊິ່ງ ທາງດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຂົງເຂດເຕັກໂນໂລຊີດິຈິຕອນ.


ຂ່າວ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ


