ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກປສ ສະໜອງທຶນໃຫ້ໂຄງການຍ່ອຍ ເພື່ອປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ

Oct 23, 2024

ພິທີເຊັນສັນຍາສະໜອງທຶນໃຫ້ແກ່ໂຄງການຍ່ອຍ ທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ເພື່ອຈັດຕັ້ງປະຕິບັດການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ ຈັດຂຶ້ນວັນທີ 22 ຕຸລາ 2024 ຢູ່ກອງທຶນດັ່ງກ່າວ ເຊິ່ງຮ່ວມລົງນາມໂດຍ ທ່ານ ນາງ ບົວຄຳ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜູ້ຕາງໜ້າ 8 ໂຄງການຍ່ອຍທີ່ຜູ້ໄດ້ຮັບທຶນໂຄງການ ມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳລັບ 8 ໂຄງການຍ່ອຍທີ່ໄດ້ຮັບທຶນຄັ້ງນີ້ ປະກອບມີ: ໂຄງການອະນຸລັກຊີວະນາໆພັນໃນເຂດປ່າສະຫງວນນໍ້າລານ ເມືອງບຸນໃຕ້ ແຂວງຜົ້ງສາລີ” ໄດ້ຮັບງົບປະມານ 800 ລ້ານກີບ ໂຄງການປຸກຈິດສຳນຶກປົກປັກຮັກສາສິ່ງແວດລ້ອມ ແລະ ນິຕິກຳກ່ຽວຂ້ອງໃຫ້ແກ່ພະນັກງານ-ລັດຖະກອນ ຄູອາຈານ ນັກຮຽນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊາວເມືອງຮົ່ມ ແຂວງໄຊສົມບູນ ໄດ້ຮັບງົບປະມານ 299 ລ້ານກີບ ໂຄງການຈັດຕັ້ງປະຕິບັດບັງຄັບໃຊ້ກົດໝາຍສັດນໍ້າ ສັດປ່າທີ່ຫາຍາກ ກະທິງ ເມີຍ ໝີ ທະນີມືຂາວ ແລະ ຊີວະນາພັນໃນເມືອງໄຊສະຖານ ບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບງົບປະມານ 699 ລ້ານກີບ ໂຄງການອະນຸລັກ ຂະຍຸແບບມີສ່ວນຮ່ວມຂອງປະຊາຊົນ ໃນ 6 ບ້ານເປົ້າໝາຍຂອງ ເມືອງຍົມມະລາດ ທ່າແຂກ ແລະ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຮັບງົບປະມານ 800 ລ້ານ ໂຄງການເຜີຍແຜ່ ຈັດຕັ້ງຜັນຂະຫຍາຍ ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ໄດ້ຮັບງົບປະມານ 799 ລ້ານກວ່າກີບ ໂຄງການປະເມີນລາຄາທີ່ດິນຄືນໃໝ່ ຢູ່ 5 ແຂວງ 46 ເມືອງ ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ງົບປະມານ: 799 ລ້ານກີບ ໂຄງການສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ ກຳຈັດສິ່ງເສດເຫຼືອໃນເທດສະບານເມືອງ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນເມືອງປາກອູ ແຂວງ ຫຼວງພະບາງ ໄດ້ຮັບງົບປະມານ 500 ລ້ານກີບ ແລະ ໂຄງການໂຄງການປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ບ້ານ ແລະ ປະຊາຊົນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ກຳຈັດຂີ້ເຫຍື້ອໃຫ້ສະອາດ ງາມຕາ” ໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ຮັບງົບປະມານໃນການຈັດຕັ້ງປະຕິບັດໂຄງການທັງໝົດ 500 ລ້ານກີບ.
ທີ່ມາ: ວຽງຈັນໃໝ່