ວັນທີ 12 ມີນາ 2024 ນີ້ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງກວດກາຄວາມພ້ອມຂອງດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ ເພື່ອກະກຽມສະເໜີຍົກລະດັບຂື້ນເປັນດ່ານສາກົນ ກອງປະຊຸມດັ່ງກ່າວໃດ້ຈັດຂື້ນຢູ່ທີ່ ຫ້ອງການ ດ່ານທ້ອງຖີ່ນ ບ້ານວັງ ເມືອງໝື່ນ ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວຕ້ອນຮັບໂດຍ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ, ມີ ຄະນະກຳມະການຂັ້ນສູນກາງ, ຄະນະກຳມະການຂັ້ນແຂວງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.
ກອງປະຊຸມທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງວຽງຈັນ ໃດ້ຂື້ນລາຍງານສະພາບໂດຍລວມ ກ່ຽວກັບການພັດທະນາ ແລະ ຍົກລະດັບດ່ານທ້ອງຖີ່ນບ້ານວັງຂື້ນເປັນດ່ານສາກົນ ພາຍຫຼັງທີ່ໄດ້ຮັບການເຫັນດີໃຫ້ແຂວງວຽງຈັນ ດຳເນີນການກໍ່ສ້າງດ່ານບ້ານວັງກໍ່ໄດ້ຮີບຮ້ອນດຳເນີນການກໍ່ສ້າງປັບປຸງພື້ນຖານໂຄງລ່າງ ຕາມເງື່ນໄຂ ແລະ ມາດຖານ ທີ່ກຳນົດໄວ້ ຄະນະກຳມະການກໍ່ໄດ້ລົງຕິດຕາມຄວາມຄືບໜ້າ ສາມາດຕີລາຄາໄດ້ 75% ທາງດ້ານພື້ນຖານໂຄງລາງ ໃນຈຳນວນທັງໝົດ 15 ມາດຖານ ຕາມດຳລັດ 558/ລບ, ລົງວັນທີ 31 ທັນວາ 2018 ສາມາດແຍກໄດ້ມາດຖານທີ່ສຳເລັດ ເພື່ອຮອງຮັບໃຫ້ການບໍລິການແຂກຕ່າງບ້ານ ແລະ ປະຊາຊົນໃນປະເທດໄດ້ເຖີງ 10 ມາດຖານ ແລະ ຍັງອີກ 5 ມາດຖານ ແມ່ນໄດ້ຮີບສືບຕໍ່ປັບປຸງດຳເນີນການກໍ່ສ້າງເປັນປົກກະຕິ, ເນື້ອທີ່ເຂດບໍລິເວນດ່ານລວມມີ 10,8 ເຮັກຕາ, ປັດຈຸບັນ ສຳເລັດແລ້ວ 6,8 ເຮັກຕາ, ຫຼັງຈາກນັ້ນ ບັນດາ ຄະນະກຳມະການຂັ້ນສູນກາງ ແລະ ຂັນແຂວງກໍ່ໄດ້ພາກັນ ປະກອບສ່ວນສະແດງຄໍຳຄິດ ຄໍາເຫັນ ປືກສາຫາ ລື ກັນ ເພື່ອທີ່ກະກຽມຍົກລະດັບດ່ານທ້ອງຖີ່ນຂື້ນເປັນດ່ານສາກົນຢ່າງກົງໄປ ກົງມາ.
ກອງປະຊຸມມີຄວາມເປັນເອກະພາບໃຫ້ຍົກລະດັບດ່ານທ້ອງຖີ່ນບ້ານວັງ ເມືອງໝື່ນຂື້ນເປັນດ່ານສາກົນ ພາຍຫຼັງທີ່ແຂວງກຽມຄວາມພ້ອມຮອບດ້ານ ເຊັ່ນທາງດ້ານບຸກຄະລະກອນ, ເຄື່ອງມືອຸປະກອນ,ເຄື່ອງມືອຸປະກອນ ແລະ ອື່ນໆ ແລ້ວໃຫ້ລາຍງານສູນກາງກຽມພ້ອມເປີດພິທີ່ຢ່າງເປັນທາງການຕາມເງື່ອນໄຂ ວັນເວລາອັນສົມຄວນ.
ພາບ-ຂ່າວ ນາງ ວັນນາ





