ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່າງດໍາລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ

Jun 20, 2025

ວັນທີ 20 ມິຖຸນາ 2025, ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຮ່າງດຳລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ເພື່ອໃຫ້ພາກສ່ວນກ່ຽວຂ້ອງປະກອບຄຳຄິດຄຳເຫັນ ແລະ ພ້ອມກັນປັບປຸງຮຽບຮຽງດຳລັດ ໃຫ້ມີເນື້ອໃນອຸດົມສົມບູນຂຶ້ນກວ່າເກົ່າ, ໂດຍການເປັນປະທານຮ່ວມ ຂອງ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ, ຮອງຫົວໜ້າກົມ ທີ່ຕາງໜ້າຈາກກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຄະນະຮັບຜິດຊອບສ້າງດຳລັດສະບັບດັ່ງກ່າວ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ກໍເພື່ອໃຫ້ພາກສ່ວນກ່ຽວຂ້ອງຊ່ວຍກັນປະກອບຄຳຄິດຄຳເຫັນຢ່າງຫຼາກຫຼາຍ ແລະ ພ້ອມກັນປັບປຸງຮຽບຮຽງດຳລັດ ໃຫ້ມີເນື້ອໃນອຸດົມສົມບູນຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ຮ່າງດຳລັດສະບັບດັ່ງກ່າວສາມາດທັນນໍາເຂົ້າສະເໜີໃນກອງປະຊູມລັດຖະບານ ໃນວັນ 24-25 ມິຖຸນາ 2025 ນີ້.
ການສ້າງຮ່າງດໍາລັດສະບັບນີ້ ເປັນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດຖະບານທີ່ວາງໄວ້ ໃນການຫັນເປັນລັດຖະບານດິຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດິຈິຕອນ ແລະ ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ຮັບປະກັນການຈັດຕັ້ງປະຕິບັດໂຄງການຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ທີ່ທາງເພື່ອນມິດ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອຮອງຮັບໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ ໃນການເລີ່ມພິມບັດປະຈໍາຕົວແບບທັນສະໄໝ.
ພາບ-ຂ່າວ: ກະແຕ