ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍການພັດທະນາ ແລະ ປົກປ້ອງແມ່ຍິງ

Nov 2, 2024

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍການພັດທະນາ ແລະ ປົກປ້ອງແມ່ຍິງ
ເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການພັດທະນາແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ) ໃຫ້ມີການຄົ້ນຄວ້າທີ່ເລິກເຊິ່ງ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນໆ, ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ທັງເປັນການລະດົມສະຕິປັນຍາຈາກທຸກພາກສ່ວນທີ່ກ່ຽວຂ້ອງກັບການສ້າງ ແລະ ປັບປຸງກົດໝາຍກ່ອນນໍາສະເໜີກອງປະຊຸມຄະນະປະຈຳສະພາ ແຫ່ງຊາດຕົກລົງນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX.
ເມື່ອບໍ່ດົນມານີ້ ທີ່ແຂວງວຽງຈັນ ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ບັນດາທ່ານປະທານກຳມາທິການ, ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍສໍາຄັນຂອງກອງປະຊຸມ ເພາະເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ; ຫຼັງຈາກນັ້ນ,ກຳມາທິ ການກົດໝາຍ ຈະໄດ້ລາຍງານຜົນສຳເລັດຂອງການກວດກາເນື້ອ ໃນຮອບດ້ານຂອງຮ່າງກົດໝາຍຕໍ່ກອງປະຊຸມຄະນະປະຈຳສະພາ ແຫ່ງຊາດ ເພື່ອຕົກລົງເອົາຮ່າງກົດໝາຍໄປປຶກສາຫາລືກັບປະຊາ ຊົນ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ອນນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະເປີດຂຶ້ນໃນໄວໆນີ້.
ໃນກອງປະຊຸມ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດ ໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ຕາງໜ້າກົມກົດໝາຍຂອງສະພາແຫ່ງຊາດ ໄດ້ສະເໜີເນື້ອໃນຂອງຮ່າງກົດ ໝາຍດັ່ງກ່າວ; ຈາກນັ້ນ, ບັນດາຜູ້ເຂົ້້າຮ່ວມໄດ້ຄົ້ນຄວ້າປະກອບຄວາມເຫັນຕໍ່ເນື້ອໃນຂອງຮ່າງກົດໝາຍທີ່ຕິດພັນກັບພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນມີຄວາມສົມບູນຂຶ້ນຕື່ມ ເພື່ອຈະນຳໄປລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດໃນມໍ່ໆ ນີ້.
ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ