ກອງປະຊຸມກວດກາເນື້ອໃນຮອບດ້ານຂອງ ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 23-24 ກັນຍາ 2024 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ມີຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທັງນີ້ກໍເພື່ອຮັບປະກັນທາງດ້ານເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ໃຫ້ມີການຄົ້ນຄ້ວາທີ່ເລິກເຊິ່ງ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ທັງເປັນການລະດົມສະຕິປັນຍາຈາກທຸກພາກສ່ວນກ່ຽວຂ້ອງກັບການສ້າງ ແລະ ປັບປຸງກົດໝາຍ ກ່ອນນໍາສະເໜີກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຕົກລົງນໍາເຂົ້າພິຈາລະນາຮັບ ຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX.
ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ທ່ານ ບຸນຍົງ ພົນເສນາ ຫົວໜ້າກົມກົດໝາຍຂອງສະພາແຫ່ງຊາດ ສະເໜີເນື້ອໃນຮ່າງກົດໝາຍດັ່ງກ່າວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອໃນມີຄວາມກະຈ່າງແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ, ຮັບປະກັນໃຫ້ການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງ ການໄອຍະການປະຊາຊົນ ໂດຍສະເພາະພາລະບົດບາດການຕິດຕາມກວດກາທົ່ວໄປ ໃຫ້ມີຄວາມຊັດເຈນ, ຈະແຈ້ງ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ການດໍາເນີນຄະດີໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ວ່ອງໄວ ແລະ ມີປະສິດທິຜົນກວ່າເກົ່າ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນການຕິດຕາມກວດກາ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເຊິ່ງເປັນການປະຕິບັດນະໂຍບາຍການຄຸ້ມຄອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍເທື່ອລະກ້າວ.
ຂ່າວ: ສຸພາວັນ ຫອມສະນິດ





