ກວດກາເບື້ອງຕົ້ນພິທີສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ
ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ວັນທີ 03 ພຶດສະພານີ້, ຢູ່ສະໜາມກິລານະຄອນດ້ຽນບຽນຝູ, ຄະນະຊີ້ນຳສູນກາງສະເຫລີມສະຫລອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງຫວຽດນາມ ໃນໄລຍະ 3 ປີ 2023 – 2025 ໄດ້ຈັດການກວດກາເບື້ອງຕົ້ນພິທີສະເຫລີມ ສະຫລອງ, ເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນ ສະໜາມ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

ໃນໂອກາດນີ້ ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳສູນກາງ, ເປັນປະທານລາຍການເປີດເຜີຍວ່າ:ຈຸດພົ້ນເດັ່ນຂອງລາຍການ ແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນ ສະໜາມ ເລີ່ມຕົ້ນດ້ວຍບັນດາຝູງບິນເຮລີກອບເຕ້ ປະກອບອາວຸດຂຶ້ນກັບເຫລົ່າທັບປ້ອງກັນອາກາດ – ກອງທັບອາກາດ.
ການກວດກາເບື້ອງຕົ້ງນີ້ ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 12.000 ຄົນ ໃນການເດີນສວນສະໜາມສະແດງກຳລັງ, ເດີນ ຂະບວນສວນສະໜາມ.
ພາຍຫລັງການກວດກາເບື້ອງຕົ້ນລະດັບລັດໃນມື້ນີ້, ພິທີເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູຈະກວດກາຄັ້ງສຸດທ້າຍ ໃນວັນທີ 5 ພຶດສະພາ ແລະ ຈັດພິທີ ເປັນທາງການໃນວັນທີ 7 ພຶດສະພານີ້.


