ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາ ແລະ ປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

May 20, 2025

ກອງປະຊຸມກວດກາ ແລະ ປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາແຫ່ງຊາດ ໄດ້ຈັດຂຶ້ນໃນ ວັນທີ 15-17 ພຶດສະພານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ; ມີຮອງປະທານກໍາມາທິການຍຸຕິທໍາ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍ ທັງເປັນການເຜີຍແຜ່ໂຄສະນາ ແລະ ເປັນບ່ອນອີງໃນການສ້າງຄວາມເຂົ້າໃຈກ່ຽວກັບການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ແກ່ພະນັກງານລັດຖະກອນທີ່ເຮັດໜ້າທີ່ໃນການຮັບ ແລະ ຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ກໍຄືປະຊາຊົນຜູ້ຍື່ນຄໍາຮ້ອງຂໍຄວາມເປັນທໍາ ໃຫ້ໄດ້ຮູ້ເຖິງສິດ ແລະ ໜ້າທີ່, ຫຼັກການ, ຂັ້ນຕອນ, ວິທີການ ແລະ ກົນໄກໃນການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໄດ້ຢ່າງລະອຽດ, ມີຄວາມເປັນເອກະພາບ, ຖືກຕ້ອງຕາມກົດໝາຍກໍານົດໄວ້ ທັງແນໃສ່ຮັບປະກັນໃຫ້ການເຄື່ອນໄຫວວຽກງານສອງພາກສ່ວນ ມີປະສິດທິພາບ, ຮັດກຸມ, ທັນເວລາ ແລະ ຖືກຕ້ອງຕາມກົດໝາຍ;
ທ່ານ ນາງ ທຸມມາລີ ວົງພະຈັນ ໃຫ້ຮູ້ວ່າ: ນັບຕັ້ງແຕ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຮັບການສ້າງ ແລະ ປັບປຸງມາທັງໝົດ ຈໍານວນ 4 ສະບັບ ເຫັນວ່າກົດໝາຍດັ່ງກ່າວຍັງບໍ່ທັນໄດ້ຮັບການຜັນຂະຫຍາຍອອກເປັນນິຕິກໍາໃຕ້ກົດໝາຍທີ່ເປັນຄູ່ມື ໂດຍສະເພາະແມ່ນວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ; ດັ່ງນັ້ນ, ກໍາມາທິການຍຸຕິທໍາ ຈຶ່ງຈັດກອງປະຊຸມຂຶ້ນເພື່ອກວດກາຄືນ ແລະ ປັບປຸງເນື້ອໃນໃຫ້ມີຄວາມສົມບູນ ແລະ ສອດຄ່ອງກັບນິຕິກໍາຕ່າງໆ ທີ່ໄດ້ມີການປັບປຸງໃນປັດຈຸບັນ.
ກອງປະຊຸມໄດ້ຮ່ວມກັນກວດກາ ແລະ ປັບປຸງຄືນເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາແຫ່ງຊາດ; ປັບປຸງຂໍ້ຕົກລົງວ່າດ້ວຍການຮັບ, ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ; ຄົ້ນຄວ້າປັບປຸງເນື້ອໃນຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານລະຫວ່າງກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ. ຈາກນັ້ນ, ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ວຽກງານທີ່ນໍາມາປຶກສາຫາລືໃນຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ