ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດພົບຜູ້ພິພາກສາ ມີການປະພຶດ, ກະທຳທີ່ຜິດຕໍ່ລະບຽບກົດໝາຍ 3 ຄົນ

Nov 28, 2024

ໃນໂອກາດຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກ ງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂອງສານປະຊາຊົນ ແລະ ສານທະຫານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຢຸ່ຫ້ອງປະຊຸມສະ ພາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 28 ພະຈິກ 2024. ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສູງ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນແຕ່ລະດ້ານ, ລວມທັງດ້າຍອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງທິດ ທາງແຜນການໃນປີ 2025.
ໃນນີ້, ສະເພາະວຽກງານຕິດຕາມ ແລະ ກວດກາການປະຕິ ບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານ-ລັດຖະກອນ. ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນວ່າ:
1) ແກ້ໄຂ ຄໍາຮ້ອງ-ຄໍາສະເໜີ ຂອງພາກສ່ວນຕ່າງໆ ທີ່ຕິດພັນກັບການປະຕິບັດໜ້າທີ່ ຂອງພະນັກງານ- ລັດຖະກອນ ແລະ ຜູ້ພິພາກສາ ໄດ້ 31,42%;
2). ຜ່ານການຕິດຕາມກວດກາ ເຫັນວ່າມີຜູ້ພິພາກສາ ໄດ້ມີການປະພຶດ, ກະທຳທີ່ຜິດຕໍ່ລະບຽບກົດໝາຍ ເຊິ່ງໄດ້ ປະຕິບັດວິໄນ 3 ຄົນ ເຊັ່ນ: (1) ປະຕິບັດວິໄນ 1 ຄົນ ໂດຍໃຫ້ປົດຊັ້ນຜູ້ພິພາກ ສາ ຈາກຊັ້ນສາມ ເປັນ ຊັ້ນສອງ; (2) ບໍ່ໃຫ້ ປະຕິບັດໜ້າທີ່ເປັນຜູ້ພິພາກສາ ໂດຍສັບຊ້ອນໄປເຮັດວຽກບໍລິຫານ 2 ປີ 1 ຄົນ; (3) ໂຈະການປະຕິບັດໜ້າທີ່ ຈົນກ່ວາຈະ ດໍາເນີນຂັ້ນຕອນຕາມກົດໝາຍສິນສຸດ 1 ຄົນ;
3). ໄດ້ປະເມີນຜູ້ພິພາກສາ ທີ່ມີຜົນງານໃນການປະຕິບັດໜ້າທີ່ວິຊາສະເພາະ ຈໍານວນ 171 ທ່ານ, ຍິງ 52 ທ່ານ, ຜົນການປະ ເມີນ ເປັນຜູ້ພິພາກສາ ດີ-ເກັ່ງ 152 ທ່ານ, ຍິງ 52 ທ່ານ ເທົ່າກັບ 88,88% (ແຜນການກໍານົດໃນ ປີ 2024 ແມ່ນ 25%) ຂອງຜູ້ ພິພາກສາທີ່ໄດ້ຮັບການປະເມີນ;
4). ສໍາເລັດການດໍາເນີນກອງປະຊຸມວຽກງານກວດກາ ຂອງສານປະຊາຊົນ ປະຈໍາປີ 2023 ແລະ ທິດທາງປີ 2024 ໃນຮູບແບບກອງປະຊຸມເຊິ່ງໜ້າ ແລະ ລະບົບກອງປະຊຸມທາງໄກ.
อาจเป็นรูปภาพของ 1 คน, ดอกไม้ และ แท่นบรรยาย