ກວດພົບຢາ ແລະ ຜະລິດຕະພັນການແພດ 5 ລາຍການບໍ່ຜ່ານ ອຍ

ວັນທີ 24/12/24 ທາງເຈົ້າໜ້າທີ່ ກອງກວດກາອາຫານ ແລະ ຢາ, ໄດ້ຕິດຕາມຊຸກຍູ້ຮ້ານຂາຍຢາ CT ແລະ ໄດ້ພົບເຫັນຢາ ແລະ ຜະລິດຕະພັນການແພດ ຈຳນວນ 7 ລາຍການ (5 ລາຍການບໍ່ໄດ້ຂຶ້ນທະບຽນ) ມູນຄ່າ 13,946,000 ກີບ, ທີ່ນຳເຂົ້າມາກັບບໍລິສັດຂົນສົ່ງລາວ-ໄທ ແຫ່ງໜຶ່ງ.
ຜະລິດຕະພັນດັ່ງກ່າວ ແມ່ນບໍ່ມີໃບອະນຸຍາດນຳເຂົ້າຈາກກົມອາຫານ ແລະ ຢາ ແລະ ບໍ່ໄດ້ຮັບການກວດກາຈາກເຈົ້າໜ້າທີ່ ອຢ ປະຈຳດ່ານ, ດັ່ງນັ້ນຈຶ່ງໄດ້ອາຢັດຜະ ລິດຕະພັນດັ່ງກ່າວມາໄວ້ຢູ່ກອງກວດກາອາຫານ ແລະ ຢາ
ທີ່ມາ: ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection


