ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວທສ ພົບປະສອງຝ່າຍກັບສະພາທີ່ປຶກສາການເມືອງເຂດປົກຄອງຕົນເອງກວາງຊີຈ້ວງ

Dec 7, 2024

ວັນທີ 5 ທັນວາ 2024 ທີ່ສະພາແຫ່ງຊາດ, ສະຫາຍ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ (ກວທສ) ໄດ້ພົບປະກັບ ສະຫາຍ ເຟີ້ຍ ຈື້ຢົງ ຮອງປະທານສະພາທີ່ປຶກສາການເມືອງເຂດປົກຄອງຕົນເອງກວາງຊີຈ້ວງ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 3-6 ທັນວາ 2024 ຊຶ່ງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ໃນການພົບປະ, ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ການເຄື່ອນໄຫວວຽກງານຂອງສອງຝ່າຍ ທັງແລກປ່ຽນຄຳຄິດຄໍາເຫັນ, ບົດຮຽນໃນການປະຕິບັດພາລະບົດບາດຂອງສະພາທີ່ປຶກສາການເມືອງ ເຂດປົກຄອງຕົນເອງກວາງຊີຈ້ວງ ກໍຄືວຽກງານການສຶກສາ, ວິທະຍາສາດ, ສຸຂະພາບ, ກິລາ ແລະ ບັນຫາອື່ນໆ ພ້ອມທັງຮ່ວມກັນຕີລາຄາສູງຕໍ່ຜົນຂອງການເຄື່ອນໄຫວເຮັດວຽກ ຂອງຄະນະຈາກສະພາທີ່ປຶກສາການເມືອງ ເຂດປົກຄອງຕົນເອງກວາງຊີຈ້ວງ ຢູ່ແຂວງຫຼວງພະບາງ ໂດຍສະເພາະການລົງນາມໃນຂໍ້ຕົກລົງຂອບການຮ່ວມມືສາມຝ່າຍ ລະຫວ່າງ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີກຸ້ຍຫຼິນ, ສະຖາບັນເຕັກໂນໂລຊີແຂວງຫຼວງນ້ຳທາ ແລະ ບໍລິສັດ Laos Spacetime Information Intelligent Location Services Technology Co. LTD ເພື່ອຮ່ວມກັນສ້າງ “ໂຄງການຄົ້ນຄວ້າຈີນ-ອາຊຽນລາວ” ສູນຂໍ້ມູນເວລາອາວະກາດ ແລະ ບໍລິການສະຖານທີ່ອັດສະລິຍະ ຊຶ່ງຈະເປັນບາດກ້າວທີ່ສໍາຄັນໃນການສົ່ງເສີມ ແລະ ພັດທະນາການສຶກສາຢູ່ ສປປ ລາວ. ນອກນີ້, ຍັງໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບວຽກງານອາຊີວະສຶກສາ ເພື່ອເສີມຂະຫຍາຍການຮ່ວມມືໃນວຽກງານອາຊີວະສຶກສາ, ການສົ່ງເສີມການສຶກສາພາສາຈີນ ແລະ ສ້າງສາຍພົວພັນຮ່ວມມືໃນຂົງເຂດອື່ນໆທີ່ມີທ່າແຮງ ລະຫວ່າງ ລາວ-ຈີນ, ຈີນ-ລາວ ເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ເປັນຮູບປະທຳ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສຳລັບທິດທາງໃນຕໍ່ໜ້າ, ສອງຝ່າຍເຫັນດີສືບຕໍ່ເປັນເສນາທິການໃຫ້ແກ່ອົງການຈັດຕັ້ງຂອງຕົນ ໃນການຊູກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງສັນຍາ, ອະນຸສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທຳ ແລະ ນໍາເອົາປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ; ໃຫ້ມີການຮ່ວມມືລະຫວ່າງສະພາທີ່ປຶກສາການເມືອງ, ຄະນະກໍາມະການການສຶກສາ, ວິທະຍາສາດ, ສຸຂະພາບ ແລະ ກິລາ ຂອງເຂດປົກຄອງຕົນເອງກວາງຊີຈ້ວງ ກັບ ສະພາແຫ່ງຊາດ ແຫ່ງ ສປປ ລາວ ຕາງໜ້າໂດຍ ກວທສ ແລະ ສະຖາບັນຄົ້ນຄວ້ານິຕິກໍາຂອງສະພາແຫ່ງຊາດ ເພື່ອສືບຕໍ່ຮ່ວມມືແລກປ່ຽນບົດຮຽນ ແລະ ປະສົບການນໍາກັນ ໃນວຽກງານການສຶກສາ, ສາທາລະນະສຸກ ແລະ ການສ້າງນິຕິກໍາ; ສືບຕໍ່ອໍານວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນການຝຶກອົບຮົມ ແລະ ກໍ່ສ້າງພະນັກງານ ໄລຍະສັ້ນ ແລະ ໄລຍະຍາວ; ພ້ອມທັງຊຸກຍູ້ໃຫ້ມີການພົວພັນຮ່ວມມືກັນຫຼາຍຂຶ້ນ ລະຫວ່າງກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ຂອງ ສປປ ລາວ ກັບ ພາກສ່ວນທີ່ຮັບຜິດຊອບວຽກງານການສຶກສາ ແລະ ສາທາລະນະສຸກ ຂອງເຂດປົກຄອງຕົນເອງກວາງຊີຈ້ວງ ໂດຍສະເພາະ ໃນໂຄງການພັດທະນາຊັບພະຍາກອນມະນຸດ.
ນອກນັ້ນ, ສະຫາຍ ເຟີ້ຍ ຈື້ຢົງ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ພົບປະ ແລະ ເຮັດວຽກກັບສະຫາຍເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຄະນະອະທິການບໍດີ, ຄູ, ອາຈານ ມະຫາວິທະຍາໄລແຫ່ງຊາດລາວ ເພື່ອສົ່ງເສີມຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ສຶກສາ​ ລະຫວ່າງ​​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ ແລະ ມະຫາວິທະຍາ​ໄລ​ກວາງຊີ; ຢ້ຽມຊົມຫໍພິພິທະພັນສິລະປະລາວ, ສູນ​ຝຶກ​ອົບຮົມ​ພາສາ​ຈີນໝີ​ແພນ​ດາ ແລະ ສະຖານທີ່ສຳຄັນຢູ່ນະຄອນຫຼວງວຽງຈັນຕື່ມອີກ.
ຂ່າວ: ສພຊ
/////