ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງກວດກາປ່າໄມ້ແຂວງສະຫວັນະເຂດແລະກອງປ້ອງກັນປ່າໄມ້ແຂວງກວາງຈິ ລົງນາມການຮ່ວມມື

Sep 12, 2024

ກອງປະຊຸມປຶກສາຫາລື ແລະລົງນາມບົດບັນທຶກຄວາມເຂົ້າໃຈ ຫຼື MOU ກ່ຽວກັບການຮ່ວມມືດ້ານປ່າໄມ້ ລະຫວ່າງກອງກວດກາປ່າໄມ້ແຂວງສະຫວັນນະເຂດ ສປປ ລາວ ແລະກອງປ້ອງກັນປ່າໄມ້ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ກັນຍາ 2024 ທີ່ໂຮງແຮມແມັກເຄຍໂຕ້ ນະຄອນໄກສອນພົມວິຫານ, ຝ່າຍລາວນຳໂດຍທ່ານ ສຸບິນ ຫຼວງດ້ວງ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມຄະນະ ຝ່າຍຫວຽດນາມ ນຳໂດຍທ່ານ ຟາມ ວັນ ເຟືອກ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງກວາງຈິ ສສ ຫວຽດນາມ.
ໃນພິທີ, ທ່ານ ສຸບິນ ຫຼວງດ້ວງ ແລະທ່ານ ຟາມ ວັນ ເຟືອກ ກໍ່ໄດ້ຜັດປ່ຽນກັນສະເໜີໃຫ້ຮູ້ວຽກງານການພັດທະນາໃນຂົງເຂດຂອງຕົນ; ເຊິ່ງບັນຫາທີ່ທັງສອງແຂວງພົບແມ່ນບັນຫາເຄື່ອນຍ້າຍ, ລັກລອບຕັດໄມ້, ຄ້າຂາຍສັດປ່າທີ່ກຳລັງຈະສູນພັນດັ່ງນັ້ນ, ຈຶ່ງສະເໜີໃຫ້ເຈົ້າໜ້າທີ່ເພີ່ມທະວີການຮ່ວມມືເພື່ອປົກປັກຮັກສາປ່າໄມ້ ແລະເຄື່ອງປ່າຂອງດົງ. ໂດຍກອງປະຊຸມຄັ້ງນີ້ ແມ່ນເພື່ອຫັນບັນດາເນື້ອໃນທີ່ສອງກົມ-ສອງກະຊວງຂອງສອງປະເທດລາວ-ຫວຽດນາມ, ເວົ້າສະເພາະກໍ່ແມ່ນກອງກວດກາປ່າໄມ້ແຂວງສະຫວັນະເຂດ ແລະກອງປ້ອງກັນປ່າໄມ້ແຂວງກວາງຈິ ນຳມາປະຕິບັດໃນຕົວຈິງແລະມີການຮ່ວມມືກັນຢ່າງຊະນິດແໜ້ນໃນວຽກງານດັ່ງກ່າວ ແນໃສ່ເພື່ອເປັນການສະກັດກັ້ນການຄ້າຂາຍເຄື່ອງປ່າຂອງດົງ, ການເຄື່ອນຍ້າຍສັດປ່າຜິດກົດໝາຍ,ການແລກ ປ່ຽນຂໍ້ມູນຂ່າວສານ ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.
ກອງປະຊຸມດັ່ງກ່າວ ທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມມືກັນດ້ານວຽກງານປ່າໄມ້ ໃນ 5 ຂົງເຂດວຽກງານ ໜຶ່ງໃນນັ້ນແມ່ນສຸມໃສ່ເພີ່ມທະວີການຄຸ້ມຄອງປ່າໄມ້ຕາມລຽບຊາຍແດນ, ຕ້ານ ແລະສະກັດກັ້ນການຄ້າຂາຍໄມ້ ແລະຜະລິດຕະພັນໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ. ໃນໄລຍະຜ່ານມາ, ຂະແໜງກະສິກໍາ ແລະປ່າໄມ້ ຂອງສປປ ລາວ ແລະສສ ຫວຽດນາມ ກໍ່ໄດ້ມີການຮ່ວມມືກັນທາງດ້ານວິຊາການຕັ້ງແຕ່ໃດມາ, ຊຶ່ງການຮ່ວມມືດັ່ງກ່າວ ແມ່ນນັບມື້ທີ່ມີທ່າກ້າວ ແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ ແລະແລກປ່ຽນບົດຮຽນປະສົບການທາງດ້ານວິຊາການນັບມື້ນັບຫຼາຍຂຶ້ນ. ເນື່ອງຈາກການພົວພັນຄືແນວນັ້ນ, ຈຶ່ງເຮັດໃຫ້ມີການຮ່ວມມື ແລະການລົງທຶນຈາກພາກທຸລະກິດ ສສ ຫວຽດນາມ ເຂົ້າໄປລົງທຶນໃນຂົງເຂດກະສິກຳ ແລະປ່າໄມ້ ແລະຂົງເຂດບໍລິການ ນັບມື້ຫຼາຍຂຶ້ນ ນອກ ຈາກນັ້ນ ຍັງມີຫຼາຍແຂວງ ຮ່ວມກັນຈັດຕັ້ງປະຕິບັດວຽກງານໃນຂະແໜງການປ່າໄມ້ຢູ່ຂອບເຂດຕາມລຽບຊາຍແດນ ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມມືໃນການຄຸ້ມຄອງ, ປ້ອງ ກັນປ່າໄມ້ ແລະຊັບພະຍາກອນປ່າໄມ້ ໃນພື້ນທີ່ 3 ປະເພດປ່າຄື: ປ່າສະຫງວນ, ປ່າປ້ອງກັນ ແລະປ່າຜະລິດ ນອກຈາກການຮ່ວມມືດ້ານວິຊາການແລ້ວ; ຝ່າຍ ສສ ຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາບຸກຄະລາກອນດ້ານປ່າໄມ້ ໂດຍການໃຫ້ທຶນການສຶກສາ ແລະຝຶກອົບຮົມດ້ານວຽກງານປ່າໄມ້ໃຫ້ແກ່ ສປປ ລາວ.
ໃນໂອກາດນີ້ ທ່ານ ຟາມ ວັນ ເຟືອກ ແລະທ່ານ ບົວຜັນ ບຸນວິໄລ ກໍ່ໄດ້ພ້ອມກັນລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ່າໄມ້, ໂດຍການເປັນສັກຂີພະຍານຈາກບັນດາແຂກທີ່ເຂົ້າຮ່ວມ.