ວັນທີ 28 ຕຸລາ 2024 ນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ, ຫວຽດນາມ ແລະ ກຳປູເຈຍ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຮັບຊົມການຝຶກຊ້ອມກອບກູ້ໄພພິບັດ ຝ່າຍດຽວ ຢູ່ສະ ໜາມຝຶກຊ້ອມກອບກູ້ໄພພິບັດອ່າງນ້ຳຫຸມ.
ການຝຶກຊ້ອມທົດລອງຄັ້ງນີ້, ເປັນການຝຶກຊ້ອມເພື່ອກະ ກຽມຄວາມພ້ອມໃນການເຂົ້າຮ່ວມຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພະຈິກ 2024 ທີ່ປະເທດກໍາປູເຈຍ. ໃນນີ້, ມີການສະແດງສວນສະໜາມ, ການສະແດງຝຶກຊ້ອມກອບກູ້ຊ່ວຍ ເຫລືອຜູ້ປະສົບໄພພິບັດ ທາງນ້ຳ ແລະ ທາງບົກ ສົມທົບກັບການ ສະແດງປະຖົມພະຍາບານຂັ້ນຕົ້ນ ແລະ ຄັດເລືອກໄຈ້ແຍກຜູ້ ບາດເຈັບນຳສົ່ງໂຮງໝໍແຕ່ລະຂັ້ນ (ໜັກ, ກາງ, ເບົາ) ຕາມບາດ ກ້າວການຝຶກຊ້ອມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກໃຫ້ແຕ່ລະເຫລົາຮົບເອົາໃຈໃສ່ປະສານສົມທົບກັນຢ່າງຕັ້ງໜ້າ ເພື່ອຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງບໍ່ທັນແລ້ວ ໃຫ້ມີຜົນສໍາເລັດຕາມເວລາທີ່ໄດ້ກຳນົດໄວ້ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນການກອບກູ້ໄພພິບັດພາຍໃນປະເທດ ແລະ ເພື່ອກະກຽມເຂົ້າ ຮ່ວມການຝຶກຊ້ອມຮ່ວມ 3 ກອງທັບ ກໍາປູເຈຍ-ລາວ- ຫວຽດນາມ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພະຈິກ 2024 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ.
ຂ່າວ-ພາບ: ໜັງສືພິມກອງທັບ






