ວັນທີ 20 ມັງກອນ 1949 ແມ່ນວັນທີ່ມີຄວາມໝາຍສຳຄັນໃນປະຫວັດສາດຂອງຊາດ ກໍຄືຂອງການປະຕິວັດລາວ, ເປັນມື້ປະກາດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາຊາດໃນໂລກ ໄດ້ຮັບຮູ້ວ່າ ກຳລັງປະກອບອາວຸດຂອງຂະບວນລາວຮັກຊາດ ແລະ ການປະຕິວັດລາວ ໃນນາມ “ລາວອິດສະຫຼະ” ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍມີຊື່ວ່າ “ກອງລາດຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ທັງເປັນຜູ້ນໍາພາ ແລະ ບັນຊາໂດຍກົງ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປົດປ່ອຍປະຊາຊົນລາວ ກໍຄືກອງທັບປະຊາຊົນລາວ ໃນປັດຈຸບັນ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບສັດຕູຜູ້ຮຸກຮານທີ່ມີກໍາລັງແຮງເໜືອກວ່າຕັ້ງຫຼາຍເທົ່າ ບໍ່ວ່າທາງດ້ານເສດຖະກິດ-ການເງິນ, ກໍາລັງພົນ, ພາຫະນະ, ອາວຸດ ຍຸດໂທປະກອນທີ່ທັນສະໄໝວ່າແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນ ຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ແລະ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ສະຫາຍກ່າວວ່າ: ກ່ອນໜ້ານີ້ 76 ປີ ແມ່ນເຫດການສໍາຄັນທາງປະຫວັດສາດຂອງຊາດລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີຄວາມໝາຍຄວາມສຳຄັນ ສຳລັບການເຕີບໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະນະຂອງຂະບວນການປະຕິວັດ ຢູ່ປະເທດເຮົາ, ໃຕ້ການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ເລີ່ມຈາກສອງຝາມືເປົ່າ, ກຳລັງພົນບໍ່ຫຼາຍ, ການປະກອບອາວຸດຍຸດໂທປະກອນ ຍັງປະຖົມປະຖານ ແລະ ໃຊ້ຮູບການເຄື່ອນໄຫວແບບກອງໂຄສະນາປະກອບອາວຸດ, ໃນເວລາສັ້ນໆ ກອງທັບເຮົາ ກໍໄດ້ຮັບການສະໜັບສະໜູນຈາກມະຫາຊົນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງໄວວາ ໄປພ້ອມໆກັບການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການຕໍ່ສູ້ ຂອງປະຊາຊົນເຮົາ, ກອງທັບເຮົາ ໄດ້ເປັນກອງກຳລັງຫຼັກແຫຼ່ງແກ່ນສານ ຂອງກຳລັງການເມືອງປະຕິວັດ, ເປັນກອງກຳລັງທີ່ມີອຸດົມການ, ມີມານະຈິດປະຕິວັດອັນເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ຈະແຈ້ງ, ຍາມໃດກໍຕິດແທດກັບຮາກຖານປະຊາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາຊົນທັງເຮັດໜ້າທີ່ຕີສັດຕູ ທັງໂຄສະນາປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງຮາກຖານການເມືອງ, ເປີດກວ້າງຖານທີ່ໝັ້ນ ຂອງການປະຕິວັດ, ທັງຊ່ວຍເຫຼືອປະຊາຊົນ ແລະ ຮູ້ເສີມຂະຫຍາຍກຳລັງແຮງ-ຍາດແຍ່ງ ເອົາການສະໜັບສະໜູນອູ້ມຊູຈາກປະຊາຊົນ, ທັງເພີ່ມພູນຜະລິດຜົນ ກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນ ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນ ທາງດ້ານຈຳນວນ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງເຫຼົ່າຮົບ ທີ່ມີຄວາມສາມາດ ແລະ ມີຄວາມຊຳນິຊຳນານ ໃນສິນລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ, ຍິ່ງຕີກໍຍິ່ງໄດ້ໄຊຊະນະ, ຍິ່ງຕີກໍຍິ່ງເຕີບໃຫຍ່, ຍິ່ງຕີກໍຍິ່ງເຂັ້ມແຂງ-ອົງອາດກ້າແກ່ນຂຶ້ນຢ່າງບໍ່ຍຸດຢັ້ງ.
ຜ່ານໄລຍະ 76 ປີ ແຫ່ງພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ໂດຍໄດ້ຮັບການລ້ຽງດູອູ້ມຊູ ແລະ ເບິ່ງແຍງຂອງ ປະຊາຊົນ, ກອງທັບປະຊາຊົນລາວ ໄດ້ສືບທອດມູນເຊື້ອພິລະອາດຫານທົນທານ ໜຽວແໜ້ນ ແລະ ເດັດດ່ຽວບໍ່ຍອມຈຳນົນຂອງຊາດລາວເຮົາ, ພະນັກງານ-ນັກຮົບກອງທັບປະຊາຊົນລາວ ແຕ່ລະລຸ້ນລ້ວນແຕ່ໄດ້ຜ່ານຜ່າອຸປະສັກ-ຫຍຸ້ງຍາກນາໆປະການ, ໄດ້ຊຸບຫຼໍ່ຢູ່ໃນແປວໄຟສົງຄາມປະຕິວັດ ໄດ້ເຮັດສຳເລັດໜ້າທີ່ພາລະກຳປະຫວັດສາດອັນລ້ຳເລີດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ສ້າງໜ້າປະຫວັດສາດ ຍຸກສະໄໝ ແລະ ມູນເຊື້ອວິລະຊົນຂອງຊາດລາວວິລະຊົນຢ່າງສະຫງ່າງາມ
ກໍາລັງປ້ອງກັນປະເທດຂອງພວກເຮົາ ໄດ້ປະກອບສ່ວນອັນສໍາຄັນ ແລະ ສົມກຽດ ໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຊຸມປີຜ່ານມາ ກໍາລັງປ້ອງກັນປະເທດໄດ້ເປັນເຈົ້າການ ໃນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ຈະກໍ່ຄວາມບໍ່ສະຫງົບຢູ່ປະເທດເຮົາຢ່າງມີປະສິດທິຜົນ, ເປັນເຈົ້າການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາລະບອບປະຊາທິປະໄຕ ປະຊາຊົນ, ສະກັດກັ້ນຕໍ່ຄວາມສ່ຽງທີ່ຈະເກີດການປະທະກັນຢູ່ຊາຍແດນດ້ວຍຄວາມອົດກັ້ນ, ປົກປັກຮັກສາຜືນແຜ່ນດິນ, ເຂດແດນໄວ້ຢ່າງໝັ້ນຄົງ, ເຊິ່ງກອງທັບຍາມໃດກໍກຽມພ້ອມຮັບໜ້າທີ່ໃນທຸກສະຖານະການ, ເປັນກໍາລັງຫຼັກແຫຼ່ງໃນການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮູ້ສ້າງສະພາບແວດລ້ອມ ແລະ ຍາດແຍ່ງການຊ່ວຍເຫຼືອກັບເພື່ອນມິດສາກົນເຮັດໃຫ້ໄດ້ຮັບການສະໜັບສະໜູນຈາກເພື່ອນມິດທັງຢູ່ໃກ້ ແລະ ໄກ ເປັນຢ່າງດີ, ການຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕັ້ງໜ້າ ຂອງກໍາລັງປ້ອງກັນປ້ອງກັນປະເທດສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດທີ່ສໍາຄັນຫຼາຍດ້ານ ໂດຍຖືເອົາວຽກງານດັ່ງກ່າວຕິດພັນກັບຍຸດທະສາດ 3 ສ້າງ ຢູ່ເຂດຈຸດສຸມ ແລະ ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ. ອັນພົ້ນເດັ່ນແມ່ນໄດ້ສົມທົບກັບກໍາລັງປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ເຮັດໃຫ້ເຂດໃຈກາງມີຄວາມສະຫງົບໜັກແໜ້ນຂຶ້ນກວ່າເກົ່າ, ນອກນັ້ນກອງທັບໄດ້ເປັນກໍາລັງຫຼັກແຫຼ່ງປະຈັນບານ, ນໍາໜ້າໃນການຊ່ວຍເຫຼືອປະຊາຊົນຕ້ານ, ກອບກູ້ໄພພິບັດ ອັນໄດ້ຮັບຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ແລະ ປະຊາຊົນ, ກໍາລັງປ້ອງກັນຊາດໄດ້ຮັບການປັບປຸງ, ກໍ່ສ້າງມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານທາງດ້ານການເມືອງເປັນພື້ນຖານ, ເອົາການຍົກສູງຄຸນນະພາບຂອງການຝຶກແອບຮໍ່າຮຽນ ສິນລະປະຍຸດ-ຍຸດທະວິທີ ກຽມພ້ອມສູ້ຮົບ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ເປັນຢ່າງດີ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກ່າວຕື່ມວ່າ: ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງບໍ່ຫວັ່ນໄຫວ, ສະນັ້ນ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວ ຢຶດໝັ້ນບົດບາດການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດ ທຸກປະເພດກໍາລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ ພ້ອມທັງເອົາໃຈໃສ່ທະນຸບໍາລຸງ, ກໍ່ສ້າງຖັນແຖວພະນັກງານສືບທອດໜຸ່ມ ແຕ່ໜັກແໜ້ນໃຫ້ຫຼາຍຂຶ້ນ, ສືບຕໍ່ປະຕິບັດຍຸດທະສາດ ຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ, ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ, ກໍາລັງປະກອບອາວຸດພວກເຮົາ ເຄີຍມີມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄື ທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນຕົ້ນ ການຜະລິດເປັນສິນຄ້າ ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງ, ປັບປຸງຄ້າຍຄູ ແລະ ອື່ນໆ, ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມື, ເຊື່ອມໂຍງສາກົນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກ.
ໂດຍ: ໂອສາ











