ກອງທັບລາວ-ຫວຽດນາມ- ກຳປູເຈຍ ຮ່ວມເຝິກຊ້ອມກອບກູ້ໄພພິບັດປະສານທຸກພາກສ່ວນ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2

ວັນທີ 13 ຕຸລາ 2025 ທີ່ສະໜາມເຝິກຊ້ອມ ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ເຝິກຊ້ອມກອບກູ້ໄພພິບັດຮ່ວມ ປະສານທຸກພາກສ່ວນ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2. ມີ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍກໍາປູເຈຍ ແລະ ພາກສ່ວນກ່ຽວຂ້ອງ 3 ກອງທັບ ເຂົ້າຮ່ວມ.
ພົນຕີ ສາຍໃຈ ກົມມະສິດ ມີຄຳເຫັນວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ ປະສານທຸກພາກສ່ວນໃນຄັ້ງນີ້ ແມ່ນເຮັດໄດ້ດີຫຼາຍກວ່າທີ່ຜ່ານມາ, ການອອກຄໍາສັ່ງມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະໜ່ວຍງານ ມີລັກສະນະຕໍ່ເນື່ອງ ແລະ ວ່ອງໄວ. ສ່ວນໜ່ວຍກູ້ໄພທາງບົກ ແຕ່ລະຈັງຫວະມີລັກສະນະເຂັ້ມແຂງ ແລະ ສົມຈິງ. ໃນນາມຕາງໜ້າໃຫ້ຄະນະຊີ້ນໍາລວມ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມອົດທົນໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຢ່າງສຸດໃຈ. ວັນທີ 15 ຕຸລາ 2025 ໄດ້ຈັດເຝິກຊ້ອມສະແດງຈິງໃຫ້ 3 ລັດຖະມົນຕີປ້ອງກັນປະເທດລາວ- ຫວຽດນາມ- ກຳປູເຈຍ ໄດ້ຮັບຊົມ ຮຽກຮ້ອງໃຫ້ທຸກພາກດໍາເນີນການຕາມລໍາດັບແຕ່ລະບາດກ້າວ, ກໍາໄດ້ທິດສະດີ ແລະ ທຽບໃສ່ຈັງຫວະ ຂອງການເຄື່ອນໄຫວຕົວຈິງ ເພື່ອເຮັດໃຫ້ສົມຈິງ ແລະ ອອກມາດີທີ່ສຸດ, ຕ້ອງປະຕິບັດຄໍາສັ່ງແຕ່ລະຈັງຫວະຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ມີຄວາມຄ່ອງແຄ້ວວ່ອງໄວຕາມກໍານົດເວລາ, ເອົາໃຈໃສ່ເພີ່ມທະວີການປະສານງານ ໂດຍສະເພາະສູນບັນຊາຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ເອົາໃຈໃສ່ທຸກການເຄື່ອນໄຫວ ຂອງທຸກໜ່ວຍງານໃຫ້ມີຄວາມປອດໄພ 100%.






