ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ່ 22 ກັນຍາ 2022 ນີ້ ກອງທຶນໜຶ່ງກວງໃຈ ບໍລິຄໍາໄຊຊວ່ຍເຫຼືອສັງຄົມ ໄດ້ຈັດພິທີມອບ-ຮັບໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ ທ່ານນາງ ແອງ ໄຊສົງຄາມ ປະ ທານກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຄູອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດອໍານາດການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ.
ໂອກາດນີ້ທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ໄດ້ລາຍງານການສ້ອມແປງໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ແລະ ທຶນປະກອບສ່ວນສົມທົບຂອງປະຊາຊົນ ບ້ານປາກກະດິງເໝືອ ຈໍານວນໜຶ່ງໃນການສ້ອມແປງ ໂຮງຣຽນຫຼັງດັ່ງກ່າວມີຂະໜາດ 9X48 ແມັດ ມີ 6 ຫ້ອງຮຽນ ມີ 1 ຫ້ອງການ ແຕ່ລະຫ້ອງຕິດຕັ້ງໄຟຟ້າ ເປັນອາຄານຊັ້ນດຽວ ກໍ່ສ້າງດ້ວຍໂຄງເບຕົ່ງ ຫຼັງຄາມຸງອາໂລຊີ່ງ ພື້ນເທດ້ວຍເປຕົ່ງ ກໍ່ຝາດ້ວຍດິນບອ໋ກ ໂບກທາສີ ການສ້ອມແປງໂຮງຮຽນປະຖົມຫຼັ່ງແຫ່ງນີ້ ແມ່ນໄດ້ລົງມືສ້ອມແປງມາແຕ່ວັນທີ່ 26 ສິງຫາ 2022 ຫາວັນທີ່ 3 ກັນຍາ 2022 ໄດ້ສໍາເລັດຕາມແຜນການທີ່ວາງໄວ້ ໂຮງຮຽນຫຼັງດັ່ງກ່າວນີ້ ແມ່ນໄດ້ຮັບທຶນສົມທົບຈາກ ກອງທຶນໜຶ່ງດວງໃຈ ບໍລິຄໍາໄຊຊ່ວຍເຫຼືອສັງຄົມ ລວມມູນຄ່າທັງໝົດ 45 ລ້ານກວ່າກີບ ແລະ ທຶນສົມ ທົບຂອງປະຊາຊົນ ປະກອບສ່ວນມູນຄ່າທັງໝົດ 82 ລ້ານກວ່າກີບ ທຶນປະກອບສ່ວນຂອງພະແນກສຶກສາທິກສາ ແລະ ກິລາແຂວງ ເປັນສັງກະສີ 3 ຮ້ອຍກວ່າແຜນ ຄິດເປັນມູນຄ່າ 13 ກວ່າກີບ ແຮງ ງານພໍ່ແມ່ປະຊາຊົນປະກອບສ່ວນ ທັງ ໝົດ 4 ຮ້ອຍກວ່າແຮງງານ ຄິດເປັນເງິນ 1 ຮ້ອຍກວ່າລ້ານກີບ ພ້ອມນີ້ຍັງໄດ້ມອບຂອງຂັວນ ໃຫ້ແກ່ນັກຮຽນປະຖົມທີ່ຮຽນດີຮຽນເກັ່ງ ຈໍານວນ 10 ນ້ອງ ແລະ ມອບ ລົດຈັກໄຟຟ້າ 4 ຄັນ ລົດຖີບ 3 ຄັນ ໃຫ້ແກ່ນ້ອງນັກຮຽນຄອບຄົວອານາຖາ ຈໍານວນ 7 ນ້ອງ ເຊີ່ງໄດ້ຮັບທຶນຊ່ວຍເຫຼືອຈາກທ່ານ ພູດົງ ບຸນສະຫວັດ ປະທານມູນນິທິກູ້ຊີບເຈົ້າຕົ່ງປາກກະດິງ ມອບໂດຍທ່ານເຈົ້າແຂວງ ທ່ານເຈົ້າເມືອງປາກກະດິງ ພະແນກສຶກສາທິການ ແລະ ກະ ລາແຂວງ ແລະ ຜູ້ໃຫ້ທືນຊ່ວຍເຫຼືອ ຈາກນັ້ນປະທານກອງທືນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ກໍ່ໄດ້ມອບໂຮງຮຽນຫຼັງດັ່ງກ່າວໃຫ້ ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ແລະ ມອບຕໍ່ໃຫ້ອໍານາດການປົກຄອງບ້ານ ເປັນຜູ້ຄຸ້ມຄອງນໍາໃຊ້ປົກປັກຮັກສາ ຈາກນັ້ນທ່ານເຈົ້າແຂວງຍັງໄດ້ມີຄໍາເຫັນ ຕໍ່ກັບການມອບຮັບໂຮງຮຽນໃນຄັ້ງນີ້ ປ່ອຍສຽງເຈົ້າແຂວງ 101 ພ້ອມນັ້ນໃນພິທີດັ່ງກ່າວຍັງໄດ້ມີການ ຖາມຕອບ-ຄໍາຖາມ ຄວາມຮູ້ຮອບຕົວຂອງນັກຮຽນ ຈາກການນໍາຂອງແຂວງ ໂດຍສະເພາະຊື່ຂອງຂອງບັນດາການນໍາຂອງປະເທດ ແລະ ຂອງແຂວງບໍລິຄໍາໄຊ ເຊີ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ຄວາມສາມາດຂອງນັກຮຽນປະຖົມສາມາດຕອບໄດ້ດີເກີນຂາດ ຈາກນັ້ນກອງທຶນໜຶ່ງດວງໃຈ ຍັງໄດ້ພ້ອມກັນຮ້ອງເພັງຂອງກອງທຶນ ເພື່ອເປັນການປູກຈິດສໍານຶກ ແລະ ສະແດງໃຫ້ແກ່ນ້ອງນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບເນື້ອໃນບົດເພັງດັ່ງກ່າວ ພ້ອມນັ້ນຍັງໄດ້ຮ່ວມປູກຕົ້ນໄມ້ ເພຶ່ອເປັນທີ່ລະລຶກ ໃຫ້ແກ່ການມອບ-ຮັບໂຮງຣຽນໃນຄັ້ງນີ້!
ຂ່າວ-ພາບ/ພູວົງ
May be an image of 2 people, child and people standing
May be an image of 4 people, people standing and outdoors
May be an image of 15 people, people standing and outdoors