ໃນວັນທີ 9 ເມສາ 2025 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ພົນຕີ ຮ່າ ຖໍ ບິ່ງ ພ້ອມດ້ວຍຄະນະໄດ້ຢ້ຽມຄຳນັບ ແລະ ອວຍພອນປີໃໝ່ລາວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ພົນຕີ ຮ່າ ຖໍ ບິ່ງ ໄດ້ສະແດງຄວາມເສຍໃຈ ແລະ ອາໄລຮັກຕໍ່ການຈາກໄປຂອງທ່ານ ພົນເອກ ຄຳໄຕ ສີພັນດອນ ຫຼັງຈາກນັ້ນກໍໄດ້ນຳກະຕ່າອວຍພອນໃຫ້ແກ່ທ່ານ ອາດສະພັງທອງ ສີພັນດອນ ໃນໂອກາດປີໃໝ່ລາວທີ່ຈະມາເຖິງພ້ອງທັງອວຍພອນໃຫ້ແກ່ທ່ານເຈົ້າຄອງ ນວ ພ້ອມດ້ວຍຄະນະນຳ ນວ ໂອກາດນີ້ທ່ານເຈົ້າຄອງ ນວ ກໍໄດ້ແຈ້ງໃຫ້ຮູ້ເຖິງກິດຈະກຳຕ່າງໆໃນການສະຫຼອງປີໃໝ່ລາວຂອງແຕ່ລະເມືອງ ໃນ ນວ ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນຫວຽດນາມທີ່ອວຍພອນປີໃໝ່ ໃນຄັ້ງນີ້.
ຂ່າວ: ວຽງຈັນໃໝ່





