ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງບັນຊາການທະຫານແຂວງຈໍາປາສັກ ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ

May 28, 2024

ໃນວັນທີ 27 ພຶດສະພາ 2024 ນີ້, ຢູ່ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາ ຂອງກອງບັນຊາການທະຫານແຂວງຈໍາປາສັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ອາລູນໄຊ ສູນລະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ອອກພັກການ- ຮັບອຸດໜູນບຳນານ ອີງຕາມກົດໝາຍວ່າດ້ວຍລັດຖະບານ ມາດ ຕາ 6 ແລະກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ; ອີງຕາມການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 21 ກັນຍາ 2023. ນາຍົກລັດຖະມົນຕີ ອອກດໍາລັດອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ ອອກພັກການ-ຮັບອຸດໜູນບຳນານ. ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຈຳປາສັກ ພັກການເພື່ອກຽມຮັບເບ້ຍບໍານານ.
ໃນນີ້ຕົກລົງ ໃຫ້ສະຫາຍ ພັນໂທ ບົວໄຂ ພົມພັນ ຫົວໜ້າຫ້ອງການ ແລະບໍລິຫານ ກອງບັນຊາການທະຫານ ແຂວງຈໍາປາສັກ ພັກການເພື່ອກຽມຮັບເບ້ຍບໍານານ. ໃນວາລະດຽວກັນນີ້ ຍັງໄດ້ຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ອີງຕາມການຕົກລົງເຫັນດີຈາກບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ອອກດຳລັດແຕ່ງຕັ້ງ ສະຫາຍ ພັນເອກ ສິດປະ ເສີດ ນວນມະນີວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຈຳປາສັກ.
ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການຖອນ, ນໍາສົ່ງ ແລະແຕ່ງຕັ້ງຄະນະກອງບັນຊາການ, ຄະນະຫ້ອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດ. ດັ່ງນັ້ນກະຊວງປ້ອງກັນປະເທດ ຕົກລົງຖອນ ແລະນໍາສົ່ງ ນາຍທະຫານໄປຮັບໜ້າທີ່ໃໝ່, ລະອຽດຄື: ສະຫາຍ ພັນໂທ ພູເວີນ ສູນນີວົງ ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານ ແຂວງຈໍາປາສັກ, ນໍາສົ່ງ ສະຫາຍ ພັນເອກ ສົມບູນ ອາພິສິດ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການກໍ່ສ້າງຮາກຖານການເມືອງ ແຂວງຈຳປາສັກ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາເຮົ້າ ວົງພົມ ເປັນຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈໍາປະສັກ, ແຕ່ງຕັ້ງ ສະຫາຍ ພັນໂທ ພູເວີນ ສູນນີວົງ ເປັນຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ແຕ່ງຕັ້ງ ສະຫາຍ ພັນໂທ ພູເພັດ ວົງພົມ ເປັນຫົວໜ້າຫ້ອງການ ແລະບໍລິຫານ, ແຕ່ງຕັ້ງ ສະຫາຍ ພັນໂທ ສົມສັກ ແສງອາລຸນ ເປັນຮອງຫົວໜ້າຫ້ອງເສນາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ວິໄລສັກ ກິ່ງແກ້ວ ເປັນຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນຕີ ຄໍາໃໝ່ ພິມມະສານ ເປັນຮອງຫົວໜ້າຫ້ອງການເມືອງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ປະທານພິທີ, ກໍ່ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄ້ວາແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນແຜນວຽກອັນລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະນໍາພາຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ, ຮັກສາຄວາມສາມັກຄີພາຍໃນເປັນປືກແຜ່ນ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫຼືອ ແລະ ຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອື່ນໆ.