ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງບັນຊາການທະຫານ ເມືອງສີໂຄດຕະບອງ ເລັ່ງຊ່ວຍເຫລືອປະຊາຊົນທີ່ປະສົບໄພນໍ້າຖ້ວມ

Sep 14, 2024

ພັນໂທ ກອງແກ້ວ ມິ່ງຈານທອງ ຫົວໜ້າການທະຫານກອງບັນຊາການທະ ຫານ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວ ກັບການຊ່ວຍເຫລືອປະຊາຊົນພາຍໃນເມືອງສີໂຄດຕະບອງ ທີ່ອາໄສລຽບຕາມແຄມແມ່ນໍ້າຂອງ ມາຮອດວັນທີ 13 ກັນຍາ 2024 ໄດ້ຮັບຜົນກະທົບຈໍານວນ 8 ບ້ານ ຄື: ບ້ານດ່ານຄໍາ ໄດ້ຮັບຜົນກະທົບ 99 ຄອບ ຄົວ, ເຂດບ້ານດອນຊິງຊູ້ 49 ຄອບຄົວ ໄດ້ຍົກຍ້າຍອອກໄປເຂດປອດໄພແລ້ວ 19 ຄອບຄົວ ຈະ ສືບຕໍ່ໃຫ້ການຊ່ວຍເຫຼືອ 30 ຄອບຄົວທີ່ຍັງຕົກຄ້າງ, ບ້ານໃໝ່ 10 ຄອບຄົວ ຍົກຍ້າຍໄປຢູ່ເຂດປອດໄພ ແລ້ວ, ບ້ານຫ້ວຍຫ້ອມ ມີ 46 ຄອບຄົວຍົກຍ້າຍໄປຢູ່ ໂຮງຮຽນ 5 ຄອບຄົວ, ໄປຢູ່ເຮືອນພີ່ນ້ອງ ຈໍານວນໜຶ່ງ, ບ້ານໜອງດາ 25 ຄອບຄົວ ຍົກຍ້າຍໄປຢູ່ເຂດປອດໄພ 7 ຄອບ ຄົວຍັງສືບຕໍ່ຊ່ວຍເຫຼືອ 18 ຄອບຄົວ, ບ້ານອ່າງໃຫຍ່ 10 ຄອບ ຄົວຍົກຍ້າຍໄປບ່ອນປອດໄພສໍາເລັດ, ບ້ານໜອງປາໄນ ແລະ ບ້ານອຸ ມຸງ ມີນ ໍ້າໄຫຼລອດພື້ນເຂົ້າເຮືອນປະຊາຊົນຈໍານວນໜຶ່ງ. ປະຈຸບັນ ສ່ວນຈໍານວນຄອບຄົວທີ່ຖືກຜົນກະທົບ ທົ່ວເມືອງສີໂຄດຕະບອງ ມີທັງໝົດ 230 ຄອບຄົວ.
ສໍາລັບກໍາລັງທີ່ປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອປະຊາຊົນ ຢູ່ເມືອງສີໂຄຕະບອງ ມີ 10 ກົມກອງ ຈໍານວນ ພົນ 486 ສະຫາຍ, ໃນນັ້ນ ມີ ກອງບັນຊາການທະຫານນະຄອນຫຼວງ, ກອງພັນ 415, ກອງຮ້ອຍ 416, ກອງພັນໃຫຍ່ 11, ກອງພັນ 433, ກອງບັນຊາການທະຫານເມືອງສີໂຄດຕະບອງ, ອົງການ ປົກຄອງເມືອງສີໂຄດຕະ ບອງ, ກອງພັນ 513, ວິທະຍາຄານປ້ອງກັນຄວາມສະຫງົບ ແລະ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ.