ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງບັນຊາການທະຫານ ແຂວງຈໍາປາສັກ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

Jan 20, 2025

ວັນທີ 17 ມັງກອນ 2025,​ ກອງບັນຊາການທະຫານ ແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20/1/1949 -​ 20/1/2025). ພິທີຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະການແຂວງດັ່ງກ່າວ​ ໂດຍການເຂົ້າຮ່ວມຂອງ ສະຫາຍ ສະນັ່ນ ສີພາ ພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.​ ມີ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ​ ພ້ອມດ້ວຍຄະນະພັກ​ – ຄະນະບັນຊາ 5 ຫ້ອງ,​ ບັນດາແຂກທີ່ຖືກເຊີນຈາກພະແນກການ,​ ຫ້ອງການ,​ ກົມກອງອ້ອມຂ້າງແຂວງ,​ ພະນັກງານປະຕິວັດອາວຸໂສບຳນານ ຕະຫຼອດຮອດພະນັກງານຫຼັກແຫຼ່ງໃນທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ໃນພິທີ,​ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​ ໄດ້ໃຫ້ກຽດກ່າວປາໄສ,​ ເນື້ອໃນບາງຕອນ ສະຫາຍກ່າວວ່າ: ກອງທັບປະຊາຊົນລາວ ມີທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານ,​ ສູ້ຮົບ,​ ທົນທານໜຽວແໜ້ນ,​ກ້າແກ່ນ ຕໍ່ສູ້ບໍ່ຍອມຈຳນົນໃນພາລະກິດ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ ທັງແບບເກົ່າ ແລະ ແບບໃໝ່​ເພື່ອຄວາມເປັນເອກລາດ,​ ອິດສະຫຼະພາບ ແລະ ນຳເອົາຄວາມສົມບູນພູນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ,​ ກອງທັບປະຊາຊົນລາວ​ ໄດ້ປະຕິບັດໜ້າທີ່ ພາຍໃຕ້ການນຳພາຂອງພັກອັນສະຫຼາດສອ່ງໃສ ໃນການປົກປັກຮັກສາປະເທດຊາດ,​ ເຄື່ອນໄຫວປັບປຸງກໍ່ສ້າງກອງທັບ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ,​ ຍິ່ງສູ້ຮົບ​ ກໍຍິ່ງເຕີບໃຫຍ່ເຂັ້ມແຂງ,​ ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ ຈົນສາມາດປົດປອ່ຍປະເທດຊາດ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ໄດ້ຢ່າງສົມບູນ ແລະ ສະຖາປະນາ​ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.​ ຈາກຜົນງານແລະ​ ໄຊຊະນະດັ່ງກ່າວ​ ທີ່ຍາດມາໄດ້ນັ້ນ ກອງທັບປະຊາຊົນລາວ ໄດ້ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ,​ ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ,​ ເປັນກຳລັງຫຼັກແຫຼ່ງ ເຮັດໜ້າທີ່ປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ,​ ປົກປັກຮັກສາເອກະລາດ,​ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ,​ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ,​ ສັງຄົມມີຄວາມສະຫງົບປອດໄພ,​ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດຂອງຊາດ.​ ໄປພອ້ມໆກັນນັ້ນ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງ,​ ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ສ້າງກອງທັບໃຫ້ກາຍເປັນກອງທັບ ທີ່ມີແບບແຜນທັນສະໄໝດີຂຶ້ນເປັນກ້າວໆ.
ຂ່າວ: ດາວົງ ບຸດຕະວົງ
ພາບ: ນາງ ສີລິຄານ ສີດາວົງ