ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ຂັບຂີ່ປອດໄພ

Mar 18, 2025

ໃນຕອນເຊົ້າວັນທີ 18 ມີນານີ້ ຢູ່ທີ່ເດີ່ນຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ກອງບັນຊາການ ປກສ ແຂວງ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ຂັບຂີ່ປອດໄພ ພາຍໃຕ້ຄຳຂວັນທີ່ວ່າ : ເຂັ້ມແຂງມີວິໄນ ໃສ່ໃຈກົດຈາລະຈອນ ຫລຸດຜ່ອນອຸບັດຕິເຫດໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນະເຂດ, ທ່ານ ພົນຈັດຕະວາ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາທ່ານຄະນະນຳຂັ້ນແຂວງ , ພະແນກການອ້ອມຂ້າງ, ຄະນະນຳກອງບັນຊາການ ປກສ ແຂວງ, ຄູ – ອາຈານ, ນັກຮຽນ – ນັກສຶກສາເຂົ້າຮ່ວມເປັນຈຳນວນຫລວງຫລາຍ .
ໃນການຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ຂັບຂີ່ປອດໄພໃນຄັ້ງນີ້ກໍ່ເພື່ອເປັນການປະຕິບັດຕາມຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021 – 2030 ແລະ ແຜນດຳເນີນງານ ໄລຍະປີ 2021 – 2025 ທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ກໍ່ຄືການສ້າງຂະບວນການ ຕ້ອນຮັບວັນສຳຄັນຂອງຊາດ ແລະ ກອງປະຊຸມໃຫ່ຍ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ 4 ຂອງກອງບັນຊາການ ປກສ ແຂວງ ທີ່ຈະໄດ້ໄຂຂຶ້ນໃນໄວໆນີ້, ທ່ານ ພົນຈັດຕະວາ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວລາຍງານໃຫ້ຮູ້ໂດຍຫຍໍ້ວ່າ : ວຽກງານລົນນະລົງຂັບຂີ່ປອດໄພເພື່ອຫລຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫລວງກໍ່ເປັນອີກວຽກງານໜຶ່ງ ທີ່ນອນຢູ່ໃນວຽກງານຈຸດສຸມ ແລະ ເປັນວຽກງານທີ່ທຸກພາກສວ່ນໃນສັງຄົມຕ້ອງໄດ້ມີຄວາມຮັບຜິດຊອບເປັນເຈົ້າການໃນການສະກັດກັ້ນແກ້ໄຂ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ
ໃນກິດຈະກຳຄັ້ງນີ້ແມ່ນໄດ້ມີການ ຖາມ – ຕອບຄຳຖາມກ່ຽວກັບການຂັບຂີ່ ແລະ ກົດລະບຽບໃນການສັນຈອນຕາມທ້ອງຖະໜົນ ແລະໄດ້ມີການມອບຂອງຂວັນລາງວັນໃຫ້ແກ່ ນັກຮຽນ – ນັກສຶກສາ ທີ່ໄດ້ເຂົ້າຮ່ວມໃນການຍ່າງເພື່ອສຸຂະພາບ ແລະ ຂັບຂີ່ປອດໄພໃນຄັ້ງນີ້ຕື່ມອີກ, ສຳລັບການຍ່າງເພື່ອສຸຂະພາບແມ່ນໄດ້ເລີ່ມຈາກເດີ່ນຫ້ອງວ່າການປົກຄອງແຂວງ ອອກສູ່ຖະໜົນວົງວຽນກອງໃຫ່ຍອອກສູ່ຖະໜົນສັນຕິພາບ ແລ້ວກັບຄືນຫ້ອງວ່າການປົກຄອງແຂວງ .