ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍ ວ່າດ້ວຍການປູກຝັງ

May 20, 2025

ເພື່ອກໍານົດຫຼັກການ, ລະບຽບ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ,ຕິດຕາມ ກວດກາ ວຽກງານການປູກຝັງ ແລະ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະນັ້ນ, ໃນລະຫວ່າງວັນທີ 17-18 ພຶດສະພາ 2025 ສະພາແຫ່ງຊາດ ຮ່ວມກັບ ກະຊວງກະສິີກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍ ວ່າດ້ວຍການປູກຝັງ ຂຶ້ນທີ່ ຫ້ອງປະຊຸມທະວີສຸກ ໄອແລນ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ມີບັນດາທ່ານ ປະທານ, ຮອງປະທານ ກໍາມາທິການ ຂອງສະພາແຫ່ງຊາດ, ຮອງລັດຖະມົນຕີ, ຜູ້ຕາງຈາກສໍານັກງານນາຍົກລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ຕາງຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ (NUDP), ຫົວໜ້າພ້ອມຄະນະກອງເລຂາຮັບຜິດຊອບສ້າງກົດໝາຍ ວ່າດ້ວຍການປູກຝັງ, ທີ່ປຶກສາທາງດ້ານກົດໝາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນນໍາສະເໜີເຫດຜົນ ແລະ ຄວາມຈຳເປັນ ຂອງການສ້າງ ຮ່າງກົດໝາຍ ວ່າດ້ວຍການປູກຝັງ ໂດຍສະເພາະແມ່ນ: 1. ເພື່ອຜັນຂະຫຍາຍວຽກງານປູກຝັງ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998 ອອກເປັນກົດໝາຍສະເພາະ ເປັນກົດໝາຍໃໝ່ ເນື່ອງຈາກໄລຍະຜ່ານມາ ກໍໄດ້ຜັນຂະຫຍາຍ ວຽກງານ ລ້ຽງສັດ, ການປະມົງ ແລະ ຊົນລະປະທານ ອອກເປັນກົດໝາຍສະເພາະແລ້ວ ແຕ່ຍັງບໍ່ມີກົດໝາຍວ່າດ້ວຍການປູກຝັງ ທີ່ເປັນລະບົບຄົບຊຸດ; 2. ເພື່ອຄຸ້ມຄອງວຽກງານປູກຝັງ ເປັນຕົ້ນ ທີ່ດິນປູກຝັງ, ປັດໄຈການຜະລິດ, ການຜະລິດ, ການປຸ່ງແຕ່ງ ແລະຕະຫຼາດ, ການນໍາເຂົ້າ-ສົ່ງອອກ, ການຄົ້ນຄວ້າທົດລອງດ້ານການປູກຝັງ ລວມທັງການກໍານົດນະໂຍບາຍ ແລະ ສົ່ງເສີມວຽກງານດັ່ງກ່າວ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; 3. ເພື່ອປະຕິບັດແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ໂດຍສະເພາະທິດນໍາໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; 4. ເພື່ອຮັບປະກັນການຜະລິດພືດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ປອດໄພ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ເພື່ອເຮັດໃຫ້ການແບ່ງຂັ້ນ ຄຸ້ມຄອງ ແລະ ກວດກາ ວຽກງານປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ. ສໍາລັບ ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງ ຮ່າງກົດໝາຍວ່າດ້ວຍການປູກຝັງ ສະບັບນີ້ ປະກອບມີ 9 ພາກ, 10 ໝວດ, 99 ມາດຕາ.
ທ່ານ ນ. ມາຕິນ ເທີເຣີ ໃນທີ່ປະຊຸມ ຕາງຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ໃນນາມຜູ້ສະໜັບສະໜູນງົບປະມານ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊື່ງໄດ້ສະແດງຄວາມຊົມເຊີຍຕໍ່ພັກ, ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນກະຊວງກະສິກໍາ ແລະ ປ່າໄມ້ທີ່ໄດ້ທຸມເທດ້ານເວລາ, ເຮືອແຮງ ແລະ ສະຕິປັນຍາ ເຂົ້າໃນການຄົ້ນຄວ້າສ້າງ ຮ່າງ ກົດໝາຍ ວ່າດ້ວຍການປູກຝັງ ສະບັບນີ້ ເຊິ່ງຈະເປັນເຄື່ອງມືສໍາຄັນທາງດ້ານນິຕິກໍາໃນການຄຸ້ມຄອງວຽກງານປູກຝັງ, ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນະການ ແລະການຜະລິດພືດເປັນສິນຄ້າສົ່ງອອກເຮັດໃຫ້ປະຊາຊົນມີອາຊີບໝັ້ນຄົງ ແລະ ມີລາຍຮັບສູງຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມນະໂຍບາຍຂອງລັດຖະບານວາງອອກ. ໃນນາມອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ຈະສືບຕໍ່ປະກອບຄໍາຄິດເຫັນ ແລະ ສະໜັບສະໜູນດ້ານງົບປະມານເຂົ້າໃນການສ້າງພື້ນຖານໂຄງລ່າງຂອງຂົງເຂດວຽກງານກະສິກໍາ ແລະ ສິ່ງແວດລ້ອມ ລວມທັງການສ້າງ ແລະ ເຜີຍແຜ່ນິຕິກໍາ ໂດຍສະເພາະການຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປູກຝັງ ໃຫ້ຖືກຮັບຮອງ ແລະ ປະກາດໃຊ້ຕາມກໍານົດເວລາທີ່ກໍານົດໄວ້. ໃນທີ່ປະຊຸມບັດາຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນ ໂຄງປະກອບຂອງຮ່າງກົດໝາຍ, ຈຸດປະສົງ ແລະ ເນື້ອໃນຂອງແຕ່ລະມາດຕາ ເພື່ອເຮັດໃຫ້ຮ່າງ ກົດໝາຍ ວ່າດ້ວຍການປູກຝັງ ມີເນື້ອໃນຄົບຖ້ວນ ແລະ ສົມບູນ, ສາມາດນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນ ມິຖຸນາ 2025 ເພື່ອພິຈາລະນາຮັບຮອງ ແລະ ປະທານປະເທດ ປະກາດໃຊ້ໃນທ້າຍປີ 2025 ຕາມຫຼັກການ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ.