ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມເພື່ອປຶກສາຫາລື ແລະ ພິຈາ ລະນາເນື້ອໃນສານຂອງປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈະມີຄໍາເຫັນຕໍ່ບັນດາຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ດັບດຸນ ຣາມັນ (Siti Rozaimeriyanty Haji Abdul Rahman) ເລຂາທິການໃຫຍ່ໄອປາ; ມີຄະນະຜູ້ແທນຈາກປະເທດບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານເນື້ອໃນຂອງສານຂອງປະທານໄອປາ ທີ່ຈະນຳສະເໜີຕໍ່ກອງປະຊຸມສຳຄັນໃນການພົບປະຜູ້ນຳລະດັບສູງຂອງໄອປາ ແລະ ອາຊຽນ. ສະພາແຫ່ງຊາດລາວ ໃນຖານະເປັນປະທານກອງປະຊຸມໄອປາຄັ້ງທີ 45 ນີ້ ເຊິ່ງຈະໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນທີ່ວ່າ: “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການຈະເລີນເຕີບໂຕແບບກວມ ລວມຂອງອາຊຽນ” ເຊິ່ງຈະເປັນການເສີມຂະຫຍາຍບົດບາດຂອງໄອປາ ໃນການຊຸກຍູ້ຄວາມພະ ຍາຍາມຂອງອາຊຽນ ເພື່ອແນໃສ່ຊຸກຍູ້ໃຫ້ປະຊາຄົມອາຊຽນ ມີຄວາມສາມັກຄີ, ເປັນເອກະພາບ ແລະ ເປັນປະຊາຄົມທີ່ໝັ້ນຄົງ ພ້ອມທັງເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ.
ຈຸດປະສົງຂອງກອງປະຊຸມແມ່ນເປັນການກະກຽມຮ່າງສານຂອງປະທານໄອປາ ກ່ອນຈະນໍາໄປລາຍງານຢູ່ກອງປະຊຸມພົບປະລະຫວ່າງຜູ້ນໍາຂອງໄອປາ ແລະ ອາຊຽນ ເຊິ່ງດໍາເນີນມາເປັນຄັ້ງທີ 13 ແລ້ວ.
ໃນກອງປະຊຸມ, ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນກ່າວເປີດ ໂດຍໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງກອງປະຊຸມ ທີ່ມີໜ້າທີ່ປັບປຸງເນື້ອໃນສານຂອງປະທານໄອປາໃຫ້ມີຄວາມຮັດກຸມ, ຄົບຖ້ວນ ແລະ ຈະແຈ້ງ. ບັນດາຜູ້ເຂົ້າຮ່ວມໄດ້ຕັ້ງໜ້າປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຂອງສານ ແລະ ມີຄວາມເປັນເອກະພາບສູງໃນການຮັບຮອງເອົາສານຂອງປະທານໄອປາຕາມກໍານົດໝາຍ.
ການພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາ ເປັນກົນໄກທີ່ສຳຄັນເພື່ອປຶກສາຫາລືບັນຫາສຳຄັນຂອງພາກພື້ນ ລວມໄປເຖິງບັນດາສິ່ງທ້າທາຍ, ບັນຫາເລັ່ງດ່ວນຕ່າງໆ; ກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາ ຈະຊຸກຍູ້ການປຶກສາຫາລືກ່ຽວກັບຍຸດທະສາດການຮ່ວມມືທີ່ມີປະສິດທິຜົນລະຫວ່າງອົງ ການບໍລິຫານ ແລະ ອົງການນິຕິບັນຍັດ ເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກໃນວິໄສທັດປະຊາຄົມອາຊຽນ 2025 ເຊິ່ງສອດຄ່ອງກັບພາລະກິດຂອງແຕ່ລະປະເທດ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ





