ໃນຕອນເຊົ້າຂອງວັນທີ 20 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມກຳມາທິການການເມືອງ ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໂດຍການເປັນ ທ່ານ ສັນ ຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປລາວ ເຂົ້າຮ່ວມມີສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ.
ກອງປະຊຸມ ໄດ້ຄົ້ນຄວ້າ ປຶກສາຫາລື ແລະ ພິຈາລະນະຮ່າງມະຕິຈຳນວນ 4 ສະບັບ ໃນຂົງເຂດວຽກງານການເມືອງຄື:
1) ຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຜົນຂອງກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາ ຄັ້ງທີ 13 ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 45 ຜ່ານມາ.
2) ຮ່າງມະ ຕິວ່າດ້ວຍການນໍາໃຊ້ດີຈີຕອນແບບກວມລວມ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊາດໃນພາກພື້ນ.
3) ຮ່າງມະຕິວ່າດ້ວຍການສົ່ງເສີມການຮ່ວມມືລະຫວ່າງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຜ່ານການເຊື່ອມໂຍງເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ.
4) ຮ່າງມະຕິວ່າດ້ວຍການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນໃນການຮັກສາສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.




