ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຂັ້ນເຈົ້າໜ້າທີອາວຸໂສພະລັງງານອາຊຽນ + 3

Sep 26, 2024

ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້້ນລັດຖະມົນຕີພະລັງງານອາຊຽນ + 3 (ສປ. ຈີນ, ຢີປຸ່ນ, ກົາຫຼີ) ຄັ້ງທີ 21 ຫຼື SOME+3 (CHINA, JAPAN, KOREA) PREPARATORY MEETING FORTHE TWENTY FIRST ASEAN+3 MINISTERS ON ENERGY MEETING (SOME+3 Prep for the 21st AMEM+3) ແລະ 2. ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊີຕາເວັນອອກ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນລັດຖະມົນຕີອາຊີຕາເວັນອອກ ຄັງທີ 18 ຫຼື EAS ECTF PREPARATORY MEETING FOR THE EIGHTEENTH EAST ASIA SUMMIT ENERGY MINISTERS MEETING (EAS ECTF PREP FOR 18TH EAS EMM) ຈັດຂຶ້ນໃນວັນທີ 25 ກັນຍາ 2024 ໂດຍການເປັນປະທານ ຂອງ ທ່ານ ປອ.ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສ ພ້ອມດ້ວຍຄະນະຜູ້ແທນຈາກ 10 ປະເທດອາຊຽນ (ແລະ ອີກ 1 ປະເທດ ຄື ປະເທດ ຕີມໍ ເລດເຕ ໃນນາມປະເທດສັງເກດການ), ກອງເລຂາອາຊຽນ, ສູນພະລັງງານອາຊຽນ, ກອງເລຂາ HAPUA , ASCOP ແລະ ບັນດາປະເທດ + 8 (ອົດສະຕາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫຼີ, ລັດເຊຍ ແລະ ອາເມລິກາ) ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ+3 ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້້ນລັດຖະມົນຕີພະລັງງານອາຊຽນ + 3 (ສປ. ຈີນ, ຢີປຸ່ນ, ກົາຫຼີ) ຄັ້ງທີ 21. ຈຸດປະສົງເພື່ອເປັນການກະກຽມບົດສະຫຼຸບລາຍງານຂອງທຸກໆບັນດາກິດຈະກຳ/ແຜນງານຕ່າງໆ ໃຫ້ແກ່ກອງປະຊຸມປະຊຸມລັດຖະມົນຕີພະລັງງານອາຊຽນ + 3 ໂດຍສະເພາະແມ່ນການຊ່ວຍເຫຼືອຂອງບັນດາປະເທດບວກສາມ (ຈີນ, ເກົາຫຼີ, ຍີ່ປຸ່ນ) ທີ່ໃຫ້ການຊ່ວຍເຫຼືອອາຊຽນຕິດພັນກັບແຜນປະຕິບັດພະລັງງານອາຊຽນ APAEC 2021-2025 ໃນການພັດທະນາພະລັງງານອາຊຽນເປັນຕົ້້ນ:  ດ້ານຄວາມໝັ້ນຄົງດ້ານພະລັງງານ, ຕະຫຼາດນໍ້າມັນ ແລະ ອາຍແກັດ, ພະລັງງານໃໝ່ ແລະ RE ແລະ ການປະຫຍັດພະລັງງານ, ພະລັງງານສະອາດ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊີຕາເວັນອອກກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊີຕາເວັນອອກ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນລັດຖະມົນຕີອາຊີຕາເວັນອອກ ຄັ້ງທີ 18. ຈຸດປະສົງເພື່ອລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ກອບອາຊີຕາເວັນອອກພະລັງງານ ແລະ ແຜນວຽກຕໍ່ໜ້າເປັນຕົ້້ນ: ການປັບປຸງ ແລະ ພັດທະນານະໂຍບາຍທີ່ກ່ຽວຂ້ອງໃນອາຊຽນ ແລະ ປະເທດໃນ EAS; ຂໍ້ລິເລີ່ມຫຼັກ ແລະ ການພັດທະນານະໂຍບາຍກ່ຽວກັບຄວາມໝັ້ນຄົງທາງດ້ານພະລັງງານ ແລະ ການຫັນໄປສູພະລັງງານສະອາດໃນປະເທດ EAS; ການແລກປ່ຽນຖອດຖອນບົດຮຽນກ່ຽວກັບນະໂຍບາຍ ແລະ ການປະຢັດພະລັງງານເພື່ອສິ່ງແວດລ້ອມ.
ຜົນກອງປະຊຸມໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງອາຊຽນໃນການເພີ່ມສັດສ່ວນນໍາໃຊ້ພະລັງງານຈາກແຫຼ່ງພະລັງງານທົດແທນໃຫ້ບັນລຸ 23% ພາຍໃນປີ 2025, ສຳຄັນແມ່ນການແປ່ງປັນຂໍ້ມູນຈາກບັນດາປະເທດອາຊຽນທີ່ເປັນຕົວຊ່ວຍໃຫ້ອາຊຽນພັດທະນາກອບການດໍາເນີນງານເພື່ອການພັດທະນາພະລັງງານໝູນວຽນໃນໄລຍະຍາວ.
ອັນພົ້ນເດັ່ນທີ່ສໍາຄັນແມ່ນການປະເມີນໃຫ້ເຫັນເຖິງຄວາມຕ້ອງ ການພະລັງງານໃນອາຊຽນທີ່ຈະເພີ່ມຂື້ນເປັນສາມເທົ່າຕົວໃນປີ 2050 ເຊິ່ງມີຄວາມຈໍາເປັນທີ່ອາຊຽນ ຈະຕ້ອງໄດ້ກຽມພ້ອມໃນການກໍານົດແນວທາງໃນຫຼາຍດ້ານ ໂດຍສະເພາະຂໍ້ມູນທີ່ລົງເລິກ ເພື່ອຈະສາມາດກໍານົດການວາງແຜນ ແລະ ການແກ້ໄຂບັນຫາໃນໄຍລະຍາວໃນຢ່າງເໝາະສົມ ແລະ ຕອບສະໜອງກັບຄວາມຕ້ອງການພະລັງງານທີ່ເພີ່ມຂື້ນ ເພື່ອຫຼຸດການເພິ່ງພາພະລັງງານຈາກແຫຼ່ງໃດແຫຼ່ງໜຶ່ງຫຼາຍເກີນໄປ ເພື່ອຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານ.