ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ແລະ ອະນຸກຳມະການ ກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3.

May 25, 2026

ໃນວັນທີ 25 ພຶດສະພາ 2026, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການຊີ້ນໍາລະດັບຊາດ ແລະ ອະນຸກຳມະການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ໄດ້ຖືກໄຂຂຶ້ນ ທີ່ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະຊີ້ນໍາການເປັນປະທານຂອງ ສປປ ລາວ ເເລະ ມີການເຂົ້້າຮ່ວມຢ່າງພ້ອມພຽງຂອງຄະນະນຳຈາກບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ແລະ ບັນດາເມືອງອ້ອມຂ້າງນະຄອນຫຼວງ ທີ່ໄດ້ຮັບການແຕ່ງຕັ້ງຢູ່ໃນຄະນະກໍາມະການ ແລະ ອະນຸກຳມະການ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນໍາລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກໍາມະການຕ່າງໆ ເພື່ອກະກຽມການເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3.


ໃນໂອກາດດັງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ມີຄຳເຫັນກ່າວເປີດກອງປະຊຸມດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ( 3RC-CCM ) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 14 – 18 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຂອງກອງປະຊຸມທົບທວນດັ່ງກ່າວ ກໍຄືການສົ່ງການສົ່ງເສີມການຈັດຕັ້ງປະຕິບັດສົນທີສັນຍາ CCM, ການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ການສ້າງພາບພົບທີ່ດີຂອງ ສປປ ລາວ ໃນການເປັນເຈົ້້າພາບກອງປະຊຸມດັ່ງກ່າວ ໂດຍສະເພາະ ໃນການຕ້ອນຮັບແຂກຕ່າງປະເທດ, ຄະນະທາງການຈາກປະເທດລັດພາຄີ ທີ່ຈະເຂົ້າຮ່ວມຫຼາຍກວ່າ 900 ທ່ານ ພ້ອມທັງໄດ້ສະເໜີໃຫ້ທຸກພາກສ່ວນກໍຄືບັນດາອະນຸກຳມະການຕ່າງໆທີ່ກ່ຽວຂ້ອງ ລວມທັງການເປັນເຈົ້າພາບຮ່ວມກັນຂອງທົ່ວສັງຄົມ ພ້ອມກັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ແນໃສ່ເພື່ອໃຫ້ການກະກຽມກອງປະຊຸມສາມາດຮັບປະກັນຄວາມພ້ອມໃນທຸກໆດ້ານ ແລະ ຮັບປະກັນໄດ້ຜົນສຳເລັດໃນການຈັດກອງປະຊຸມທົບທວນດັ່ງກ່າວຢ່າງຈົບງາມ.
ພ້ອມນີ້, ກອງປະຊຸມດັ່ງກ່າວ ກໍຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມເປັນເຈົ້າພາບຂອງ ສປປ ລາວ ຂອງທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປະທານຄະນະກຳມະການຄຸ້ມຄອງເເຫ່ງຊາດ ເພື່ອເເກ້ໄຂບັນຫາລະເບີດບໍ່ທັນເເຕກ ທີ່ຕົກຄ້າງຢູ່ ສປປ ລາວ, ຊຶ່ງໄດ້ສະເໜີໃຫ້ຊາບກ່ຽວຈຸດປະສົງຫຼັກຂອງການເປັນເຈົ້າພາບ ແລະ ການເປັນປະທານກອງປະຊຸມ 3RC-CCM. ໂດຍສະເພາະການກະກຽມດ້ານເນື້ອໃນກອງປະຊຸມ, ການກະກຽມເເຜນການນໍາພາຄະນະຜູ້ແທນ ໄປຢ້ຽມຢາມພາກສະໜາມທີ່ແຂວງຫຼວງພະບາງ ເພື່ອໃຫ້ບັນດາຄະນະຜູ້ແທນໄດ້ເຫັນການປະຕິບັດງານຕົວຈິງ ໃນການເກັບກູ້ລະເບີດ, ການໂຄສະນາສຶກສາຄວາມສ່ຽງໄພ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ວຽກງານການຊ່ວຍເຫຼືອຜູ້ເຄາະຮ້າຍ ຢູ່ ສປປ ລາວ.


ບັນດາຜູ້ເຂົ້້າຮ່ວມກອງປະຊຸມກະກຽມດັ່ງກ່າວ ໄດ້ປຶກສາຫາລືກັນຢ່າງລະອຽດຮອບຄອບກ່ຽວກັບການປະຕິບັດໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກໍຄືບັນດາໜ້າວຽກຂອງແຕ່ລະອະນຸກຳມະການທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ເລີ່ມກະກຽມໃຫ້ສຳເລັດກ່ອນກອງປະຊຸມ, ພ້ອມທັງໄດ້ມີການປຶກສາຫາລື ກ່ຽວກັບການກໍານົດໜ້າວຽກລະອຽດ ແລະ ກາຍຈັດສັນງົບປະມານທີ່ເໝາະສົມສຳລັບການກະກຽມໃຫ້ແກ່ການຈັດກອງປະຊຸມ 3RC-CCM, ລວມທັງການວາງແຜນວຽກທີ່ສຳຄັນ ເປັນຕົ້ນແມ່ນ: ວຽກງານພິທີການ, ການກຽມສະຖານທີ່ຈັດກອງປະຊຸມ, ການບໍລິການດ້ານພາຫະນະຮັບ-ສົ່ງຄະນະຜູ້ແທນ, ການຄັດເລືອກຜູ້ຊ່ວຍວຽກ ແລະ ອາສາສະໝັກ, ວຽກງານປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ການຈັດວາງສະແດງ, ການກະກຽມດ້ານວັດທະນະທໍາ ແລະ ບາງວຽກງານທີ່ກ່ຽວຂ້ອງອື່ນໆອີກ.
ສປປ ລາວ ໄດ້ລົງນາມໃນສົນທິສັນຍາ CCM ໃນວັນທີ 3 ທັນວາ 2008 ແລະ ໄດ້ໃຫ້ສັດຕະຍາບັນໃນວັນທີ 13 ມີນາ 2009, ພ້ອມທັງໄດ້ເປັນເຈົ້້າພາບຈັດກອງປະຊຸມລັດພາຄີສົນທິສັນຍາ CCM ຄັ້ງທີ 1 ໃນລະຫວ່າງວັນທີ 9 -12 ພະຈິກ 2010.
ກອງປະຊຸມທົບທວນຄືນຂອງສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຫຼື CCM ແມ່ນຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນເວທີຫຼັກໃຫ້ແກ່ບັນດາລັດພາຄີໃນການປະເມີນການຈັດຕັ້ງປະຕິບັດສົນທິສັນຍາ, ເຈລະຈາແຜນປະຕິບັດງານຄັ້ງຕໍ່ໄປ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືສາກົນ. ສປປ ລາວ ໄດ້ຮັບການສະໜັບສະໜູນຈາກບັນດາລັດພາຄີຢ່າງເປັນເອກະພາບໃຫ້ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມ 3RC-CCM ໃນຄັ້ງນີ້, ເຊິ່ງຖືເປັນຂີດໝາຍທີ່ສຳຄັນສຳລັບປະເທດທີ່ຍັງຄົງໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫຼາຍທີ່ສຸດໃນໂລກ ແລະ ມີຄວາມໝາຍຄືກັບ “ການກັບຄືນສູ່ບ້ານ” ຂອງສົນທິສັນຍາສະບັບນີ້.