ວັນທີ 12 ມັງກອນ 2026 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມຄະນະກຳມະການປົກຄອງເມືອງ ເປີດກວ້າງ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງສະຫາຍ ແຫຼ້ ອ່ອນສົມບູນ ປະທານຄະນະກຳການປົກຄອງເມືອງ, ມີບັນດາສະຫາຍຮອງປະທານຄະນະກຳການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ອ້ອມຂ້າງເມືອງ, ຫົວໜ້າສູນ ລັດວິສາຫະກິດ ແລະ ນາຍບ້ານທົ່ວເມືອງເຂົ້າຮ່ວມ.
ສະຫາຍ ບຸນທັນ ພວງແກ້ວ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງຄະນະກຳມະການປົກຄອງເມືອງ ປະຈຳປີ 2025 ແລະ ທິດທາງແຜນການປະຈໍາ 2026 ບາງຕອນວ່າ: ໃນໄລຍະ 1 ປີຜ່ານມາ ເຖິງວ່າເມືອງຫົງສາ ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນ ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ ບວກກັບໄພພິບັດທາງທໍາມະຊາດ ທີ່ສົ່ງຜົນເສຍຫາຍຢ່າງໜັກໜ່ວງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະກໍາມະການປົກຄອງເມືອງ ເຮັດໃຫ້ເມືອງຂອງພວກເຮົາຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍຂອງຂະແໜງການຂັ້ນຕ່າງໆ ໄດ້ບັນລຸຕາມແຜນການທີ່ວາງໄວ້, ໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງ, ໄດ້ສຸມໃສ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ ຕິດພັນກັບການຫັນເປັນທັນສະໄໝເທື່ອລະກ້າວ, ສາມາດຈັດເກັບລາຍຮັບໄດ້ທັງໝົດ 15,52 ຕື້ກີບ ເທົ່າກັບ 121.55% ຂອງແຜນການປີ, ມີໂຄງການລົງທຶນທັງໝົດ 19 ໂຄງການ ມູນຄ່າທັງໝົດ 71,42 ຕື້ກີບ ປະຕິບັດໜ້າວຽກສໍາເລັດ 69,09%, ການຜະລິດເຂົ້າເນື້ອທີ່ 3.013 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 10.430 ໂຕນ, ການປູກພືດລະດູແລ້ງປະຕິບັດໄດ້ 931,48 ເຮັກຕາ ເທົ່າກັບ 87,87% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ທັງໝົດ 23.750 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 1.145 ໂຕນ, ເທົ່າກັບ 105,06%, ພືດລະດູຝົນປະຕິບັດໄດ້ 5.613 ເຮັກຕາ, ເກັບກູ້ຜົນຜະລິດໄດ້ທັງໝົດ 20.582 ໂຕນ, ເທົ່າກັບ 101,16% ຂອງແຜນການ, ການປູກພືດເປັນສິນຄ້າປະຕິບັດໄດ້ 3.187,98 ເຮັກຕາ, ເທົ່າກັບ 97,19% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ທັງໝົດ 34.346,26 ໂຕນ, ຕິດຕາມວັດແທກ-ສອບສວນສິດພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນໄດ້ທັງໝົດ 478 ຕອນ ເທົ່າກັບ 39,83% ຂອງແຜນການປີ, ຄຸມຫົວໜ້າທຸລະກິດຢູ່ພາຍໃນເມືອງ ແລະ ອອກໃບອານຸຍາດດໍາເນີນທຸລະກິດໃໝ່ໄດ້ 44 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 7,8 ຕື້ກີບ, ຕິດຕາມກວດກາລາຄາສິນຄ້າຕາມທ້ອງຕະຫຼາດເປັນປົກກະຕິ, ມູນຄ່າສິນຄ້າສົ່ງອອກທັງໝົດ 281,1 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 187,4%, ມູນຄ່າສິນຄ້ານໍາເຂົ້າພາຍໃນເມືອງ 97,7 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 97,7%, ມູນຄ່າສິນຄ້າຈໍລະຈອນພາຍໃນ 203 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 104%; ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງໄດ້ 93,9 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 105%, ມູນຄ່າການຈໍາໜ່າຍ 104,8 ຕື້ກີບ. ສ່ວນວຽກງານດ້ານຕ່າງໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນຢ່າງດີ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກບັນດາຫ້ອງການ, ກົມກອງ, ລັດວິສາຫະກິດ, ບ້ານຈຳນວນໜຶ່ງຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ, ບັນຫາຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ເຮັດໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າ.
ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາ 1 ວັນ ຈຶ່ງສຳເລັດ.
ຂ່າວ: ຄ.ອ.ມ ຫົງສາ


