ໃນວັນທີ 6 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ ໃນນາມປະທານຄະນະກຳມະການ ຜູ້ຕາງໜ້າຖາວອນປະຈຳອາ ຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 10 (10th Meeting of the Committee of Permanent Representatives to ASEAN (CPR) 10/2024 CPR Meeting). ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຖາວອນປະຈໍາ ອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ.
ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາສໍາຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນໍາພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມມີ: ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ- ການາດາ ສະໄໝພິເສດ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21; ຮ່າງຖະແຫຼງການກອງປະຊຸມສຸດ ຍອດອາຊຽນ-ຈີນ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາ ຊຽນ-ສ.ເກົາຫຼີ ຄັ້ງທີ 25; ແລະ ຮ່າງເອກະສານກອງປະຊຸມສຸດຍອດອາຊີຕາເວັກອອກ ຄັ້ງທີ 19.
ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນ ຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນຮ່ວມມືກັບພາຍນອກ ແລະ ການກະກຽມດ້ານພະ ລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ກອງປະຊຸມຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນຄັ້ງນີ້ ແມ່ນຈັດເປັນຄັ້ງທີ 4 ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ.





