ກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາ 2026 ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງ ຂອງຫົວໜ້າອົງການສະຖິຕິ ເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານສະຖິຕິ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ ສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະນາຢ່າງຍືນຍົງໃນລະດັບໂລກ, ພາກພື້ນ ແລະ ປະເທດ.

ໂອກາດນີ້, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນ ໂດຍລາຍງານຄວາມຄືບໜ້າວຽກງານສະຖິຕິໃນຂົງເຂດຕ່າງໆ ແລະ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການປັບປຸງມາດຕະຖານດ້ານວຽກງານສະຖິຕິເສດຖະກິດ, ສັງຄົມ ແລະ ສະຖິຕິສິ່ງແວດລ້ອມ ເພື່ອຕອບສະໜອງຂໍ້ມູນສໍາຄັນໃນການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປົ້າໝາຍການພັດທະນາແບບຍືນຍົງ ທັງເຂົ້າຮ່ວມຂະບວນການປະຕິບັດຫຼັກການ ແລະ ມາດຕະຖານດ້ານສະຖິຕິ. ພິເສດຄະນະຜູ້ແທນໄດ້ເຂົ້າຮ່ວມປະກອບຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ການຄິດໄລ່ສະຖິຕິຕົວຊີ້ບອກດ້ານຄວາມຢູ່ດີກິນດີ ແລະ ຕົວຊີ້ບອກດ້ານສັງຄົມ ແລະ ສິ່ງແວດລ້ອມອື່ນໆທີ່ສຳຄັນ. ຄຽງຄູ່ກັບຕີລາຄາການຂະຫຍາຍຕົວ ລວມຍອດຜະລິດລະພັນພາຍໃນ ຫຼື GDP. ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ພົບປະສອງຝ່າຍ ການຮ່ວມມືດ້ານວິຊາການສະຖິຕິ ກັບຄະນະຜູ້ແທນຈາກປະເທດລຸກຊຳບວກ, ອີຕາລີ, ຫວຽດນາມ ແລະ ກຳປູເຈຍ ເພື່ອປຶກສາຫາລື ທົບທວນໂຄງການ ແລະ ແຜນການຈັດຕັ້ງປະຕິບັດ ບັນດາກິດຈະກຳຮ່ວມມືໃນຂົງເຂດວຽກງານສະຖິຕິໃນຕໍ່ໜ້າ.
ໃນໂອກາດນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າພົບ ແລະ ລາຍງານວຽກງານສະຖິຕິ ໂດຍສະເພາະໃນນາມກອງເລຂາແຫ່ງຊາດ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຕໍ່ປະທານ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດທີ່ ນິວຢອກຕື່ມອີກ.
ຂ່າວ: ກະຊວງການເງິນ


