ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະກໍາມະການກວດກາແຮງງານອາຊຽນ ຄັ້ງທີ 4

Feb 25, 2025

ວັນທີ 25 ກຸມພາ 2025 ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ (ALICOM) ໄດ້ຈັດກອງປະຊຸມຄະນະກໍາມະການກວດ ກາແຮງງານອາຊຽນ ຄັ້ງທີ 4 ຜ່ານລະບົບທາງໄກ ໂດຍການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ.
ກອງປະຊຸມຄັ້ງນີ້ ແນໃສ່ເສີມສ້າງຄວາມສາມາດໃຫ້ຄະນະກໍາ ມະການກວດກາແຮງງານອາ ຊຽນ ແລະ ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ນອນໃນແຜນງານຂອງຄະ ນະກຳມະການກວດກາແຮງງານອາຊຽນ ແຕ່ປີ 2022-2030, ພ້ອມທັງສ້າງໂອກາດໃນການແລກປ່ຽນປະສົບການ, ວິທີການຈັດຕັ້ງປະຕິບັດ, ແກ້ໄຂບັນຫາທ້າທາຍ ເປັນຕົ້ນ: ການສ້າງຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ກວດກາແຮງງານ, ການຕິດຕາມກວດກາຫົວໜ່ວຍແຮງງານ ທີ່ເຂົ້າເຖິງຍາກ ແລະ ການພັດທະນານະໂຍບາຍຕ່າງໆ ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ເພື່ອເສີມສ້າງການຮ່ວມມື ດ້ານການກວດກາແຮງ ງານ ໃນພາກພື້ນອາຊຽນ ແລະອື່ນໆ.
ທີ່ມາ: ຂປລ