ກອງປະຊຸມຄະນະກໍາມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 55 (The 55 th GMS Tourism Working Group Meeting) ຈັດຂຶ້ນໃນວັນທີ 24 ມິຖຸນາ 2025 ທີ່ໂຮງແຮມພູແມນ ແຂວງຫລວງພະບາງ ເພື່ອປຶກສາຫາລື ແລະ ທົບທວນຄືນ ການຈັດຕັ້ງປະຕິບັດວຽກງານດ້ານການທ່ອງທ່ຽວ ຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ໃນໄລຍະຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ໂດຍມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ GSM (ລາວ, ໄທ, ຫວຽດນາມ, ມຽນມາ, ກຳປູເຈຍ, ຈີນ), ສູນອາຊຽນ-ຈີນ, ສູນອາຊຽນ-ຍີ່ປຸ່ນ, ອົງການຈັດຕັ້ງສາກົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ພອນມະລີ ອິນທະພົມ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລື ບັນຫາສຳຄັນຕ່າງໆກ່ຽວກັບການທ່ອງທ່ຽວ ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ຫລື GMS ເປັນຕົ້ນ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກ GMS ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໂດຍສະເພາະດ້ານການທ່ອງທ່ຽວ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມໃນຄັ້ງຜ່ານມາ, ລວມທັງການພື້ນຟູການທ່ອງທ່ຽວ ຫລັງການແຜ່ລະບາດຂອງພະຍາດ ໂຄວິດ-19, ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການຮ່ວມມື ແລະການສະໜັບສະໜູນຂອງທະນາຄານພັດທະນາອາຊີ ຫລື ADB ໃຫ້ແກ່ປະເທດ GMS ໃນຕໍ່ໜ້າ, ບັນດາແຜນວຽກທີ່ເປັນບູລິມະສິດຂອງປະເທດສະມາຊິກທີ່ຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ພ້ອມດຽວກັນນີ້ຍັງໄດ້ຮັບຟັງການສະເໜີຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນສູນອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ.ເກົາຫລີ ຕື່ມອີກ.




