ວັນທີ 13 ກັນຍາ 2024, ກົມຮ່ວມມືສາກົນ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ອົງການກົດໝາຍສາກົນພາກເອກະຊົນ (HCCH) ແລະ ບາງສົນທິສັນຍາສໍາຄັນ ພາຍໃຕ້ອົງການດັ່ງກ່າວ ຂຶ້ນທີ່ໂຮງແຮມ ຄຣາວຟຣາຊາ, ນະຄອນ ຫຼວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ເກດສະຫນາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ, ໂດຍມີ ທ່ານ ຄຣິດໂຕເປີ ເບີນາສະໂກນີ (Christophe Bernasconi) ເລຂາທິ ການໃຫຍ່ອົງການກົດໝາຍສາກົນພາກເອກະຊົນ ເຂົ້າຮ່ວມ ພ້ອມ ທັງເປັນຜູ້ໃຫ້ຂໍ້ມູນຂ່າວສານກ່ຽວກັບອົງການດັ່ງກ່າວ ໂດຍມີພະນັກງານຂັ້ນກົມ, ຂັ້ນພະແນກ, ວິຊາການ, ຈາກກະຊວງພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 35 ທ່ານ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການປຶກສາຫາລື ແລກ ປ່ຽນບົດຮຽນ ແລະ ປະສົບການຕົວຈິງ ຂອງຄະນະຄົ້ນຄວ້າ ຮ່ວມກັບ ທ່ານ ເລຂາທິການໃຫ່ຍຂອງອົງການ HCCH, ຊຶ່ງປັດຈຸບັນ ສປປ ລາວ ແມ່ນຢູ່ໃນຂັ້ນຕຶນສຶກສາຄົ້ນຄວ້າຄວາມ ເປັນໄປໄດ້ພິຈາລະນາເຂົ້າເປັນສະມາຊິກຂອງອົງການ HCCH ແລະ/ຫລື ເຂົ້າເປັນພາຄີສົນທິສັນພາຍໃຕ້ອົງການດັ່ງກ່າວ ເພື່ອເພີ່ມທະວີການພັດທະນາວຽກງານກົດໝາຍສາກົນພາກເອກະຊົນຢູ່ ສປປລາວ ແນ່ໃສ່ຮອງຮັບການເພີ່ມຂຶ້ນເລື້ອຍໆຂອງການພົວພັນສາກົນຂອງ ສປປ ລາວ ໂດຍສະເພາະ ການພົວພັນຮ່ວມມືດ້ານເສດຖະກິດ, ທຸລະກິດ, ລົງທຶນ, ການໄປມາຫາສູ່ຂ້າມແດນປະເທດຂອງບຸກຄົນ, ນິຕິບຸກຄົນ ຂອງ ສປປ ລາວ ແລະຕ່າງປະເທດ. ອົງການ HCCH ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນລາຮາຍ ປະເທດໂຮນລັງ, ມີຫ້ອງການປະຈໍາອາຊີ-ປາຊີຟິກ ຕັ້ງຢູ່ຮົງກົງ, ສປ ຈີນ ແລະ ປະຈໍາທະວີບອາເມລິກາລາຕິນ ຕັ້ງຢູ່ນະ ຄອນຫຼວງ Buenos Aires ປະເທດອາກຊັງຕິນ. ນອກນັ້ນ HCCH ຍັງມີແຜນເປີດຫ້ອງການປະຈໍາທະວີບອາຝຣິກາໃນອະນາຄົດອັນໃກ້ໆນີ້.
ຂ່າວ: ກົມຮ່ວມມືສາກົນ (ກະຊວງຍຸຕິທຳ)





