ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳເມືອງ ວັງວຽງ ຊຸດທີ II

Dec 10, 2024

ໃນວັນທີ 06 ທັນວາ 2024 ຜ່ານມາຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ບຸນພັນ ວົງສຳພັນ ປະທານບໍລິສັດທ່ອງທ່ຽວ ວັນເດີຟູນລາວ ຈໍາກັດຜູ້ດຽວ, ຄະນະປະຈໍາສະພາການຄ້າແຂວງວຽງຈັນ ກໍາມະການແນວລາວສ້າງຊາດແຂວງ ແລະເມືອງວັງວຽງ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງວຽງຈັນ, ເລຂາໜ່ວຍພັກສະມາຄົມນັກນັກທຸລະກິດໜຸ່ມເມືອງວັງວຽງ, ປະທານສະມາຄົມນັກທຸລະກິດໜຸ່ມເມືອງວັງວຽງ, ຄະນະປະຈໍາຊາວໜຸ່ມເມືອງວັງວຽງ ແລະ ມີຄະນະປະທານຮວ່ມ ໂດຍທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ -ເມືອງວັງວຽງ, ມີທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ທ່ານ ສຸວຽງທອງ ວົງຈຳປາ ຮອງເຂາພັກເມືອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ທະນາຄານຕ່າງໆ ຫົວໜ້າຫ້ອງການ, ຄະນະກຸ່ມທຸລະກິດ, ບໍລິສັດ ແລະ ນັກທຸລະກິດພາຍໃນເມືອງວັງວຽງ, ບັນດາທ່ານແຂກຜູ້ມີກຽດເຂົ້າຮ່ວມທັງໝົດ ຈຳນວນ 64 ທ່ານ, ຍິງ 9 ທ່ານ.
ກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບວຽກງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກຳເມືອງວັງວຽງ ໃນ 03 ປີ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງເຫັນໄດ້ຜົນງານບາງດ້ານ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂ ຢ່າງມີຈຸດສຸມ ກວມເອົາຍຸດທະສາດ ແຜນງານ 6 ຈຸດສຸມທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດວາງອອກ ແລະ ວາງຈຸດສຸມຕາມເງື່ອນໄຂຂອງພາກທຸລະກິດຢູ່ເມືອງວັງວຽງ ທີ່ຈະເປັນການປະກອບສ່ວນເຂົ້າວຽກງານເສດຖະກິດ-ສັງຄົມ ຂອງເມືອງ. ກອງປະຊຸມຍັງໄດ້ຮັບການຊີ້ນຳຈາກຄະນະປະທານ, ຜູ້ແທນກອງປະຊຸມກໍໄດ້ປະກອບຄໍາຄິດເຫັນໃສ່ບົດລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງເຫັນດີຮັບຮອງເອົາບົດລາຍງານທັງສອງພາກ.
ກອງປະຊຸມຄັ້ງປະຖົມມະລຶກເຫັນດີຮັບຮອງເອົາຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງວັງວຽງຊຸດທີ II ຈຳນວນ 19 ທ່ານ, ຍິງ 02 ທ່ານ ໃນນີ້ເລືອກເອົາປະທານ, ຮອງປະທານ, ຄະນະກວດກາ, ເລຂາທິການ ແລະ ທີ່ປຶກສາດັ່ງນີ້: 1. ທ່ານ ບຸນພັນ ວົງສຳພັນເປັນປະທານ,2. ທ່ານ ນາງ ວຽງສັກດາ ແສງສຸລິນເປັນຮອງປະທານ,
3. ທ່ານ ຫົງຄຳ ແກ້ວດວງສີເປັນຮອງປະທານ, 4. ທ່ານ ເສີມສະໄໝ ຈິດຕະວົງ ເປັນຮອງປະທານ, 5. ທ່ານ ຄຳຫຼ້າ ວິໄລວົງເປັນຮອງປະທານ. ໃນນີ້ຍັງໄດ້ ເລືອກເອົາຄະນະກວດກາຄື 1. ທ່ານ ນາງ ວຽງສັກດາ ແສງສຸລິນ ເປັນປະທານ,2. ທ່ານ ຫຼ້າວອນ ທີບສະດີ ຮອງປະທານ, 3. ທ່ານ ວຽງຊອງ ສີບໍລິບານ ເປັນຄະນະ ແລະ ໄດ້ເລືອກເອົາເລຂາທິການ 1. ທ່ານ ວັດທະນາ ອິນທາ, 2. ທ່ານ ອາທິສັກ ບົວລິວັນ, 3. ທ່ານ ສົມສີ ບຸດທະວົງ ,ໄດ້ເລຶອກເອົາທີ່ປຶກສາ 5 ທ່ານຄື 1. ທ່ານ ສົມພັນ ສີສຸລາດ, 2. ທ່ານ ດວງຈັນ ສີເທບ, 3. ທ່ານ ນາງ ມະນີວອນ ຂຸນພົນ,4. ທ່ານ ບົວສອນ ແກ້ວປະເສີດ, 5. ທ່ານ ອ່ອນຈັນ ບົວລິວັນ.
ໃນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຍັງໄດ້ຮັບຟັງການໂອ້ລົມຈາກ: ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ເຊິ່ງທ່ານໄດ້ຍົກໃຫ້ຫຼາຍບັນຫາທີ່ສໍາຄັນທັງພາຍໃນ ແລະ ຕ່າງປະເທດ ໃນການພົວພັນທຸລະກິດຮ່ວມມືກັບພາຍໃນ ແລະ ສາກົນ,ຈາກນີ້ກໍໄດ້ຮັບການຊີ້ນຳຈາກທ່ານ ບຸນຈັນ ມາລາວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ -ເມືອງວັງວຽງ ເຊິ່ງມີຄວາມໝາຍ ຄວາມສໍາຄັນຢ່າງຍິ່ງ ໄດ້ເໜັນຫນັກເຖິງດ້ານແນວຄິດຄວາມສະມັກໃຈ ສ້າງໃຫ້ມີຄວາມສາມັກຄີໃນໝູ່ຄະນະ ເຮັດວຽກແບບມີລະບົບລວມສູນປະຊາທິປະໄຕ ໃນການຈັດຕັ້ງປະຕິບັດໜ້າທີ່ ເພື່ອນຳພາການເຄື່ອນໄຫວວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກຳ ຂອງເມືອງ ໃຫ້ຖືກຕາມພາລະບົດບາດ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ປະກອບສ່ວນເຮັດໃຫ້ເສດຖະກິດ -ສັງຄົມ ຂອງເມືອງໃຫ້ມີການຂະຫຍາຍຕົວ ເຂັ້ມແຂງຮອບດ້ານ. ຈາກນັ້ນ ຄະນະບໍລິຫານງານຊຸດໃໝ່ ກໍໄດ້ຂື້ນກ່າວຮັບໜ້າທີ່ ແລະ ຮັບຄຳໂອລົມ ຈາກການຈັດຕັ້ງຂັ້ນເທິງ.