ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະບໍລິຫານງານພັກ ສພຊ ເປີດກວ້າງ

Feb 12, 2025

ກອງປະຊຸມຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ) ເປີດກວ້າງ ປະຈຳປີ 2024 ໄດ້ຈັດໃນວັນທີ 12 ກຸມພານີ້ ໂດຍການເປັນປະທານຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ.
ຈຸດປະສົງເພື່ອສະຫຼຸບຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການເຄື່ອນໄຫວປະຈຳປີ 2025; ສ້າງເງື່ອນໄຂໃຫ້ບັນດາຮາກຖານພັກ ໄດ້ຄົ້ນຄວ້າປະກອບຄຳເຫັນຕໍ່ການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະພັກສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ເປີດບັ້ນດຳເນີນຊີວິດການເມືອງປະຈຳປີ 2024 ພາຍໃນຄະນະພັກສະພາແຫ່ງຊາດ ທັງເປັນການເຜີຍແຜ່, ເຊື່ອມຊຶມເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ເຮັດໃຫ້ສະມາ ຊິກພັກ, ພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບສູງຕໍ່ເນື້ອໃນຈິດໃຈ ແລະ ດຳເນີນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ພ້ອມກັນນັ້ນ, ເພື່ອວາງຄາດໝາຍສູ້ຊົນໃຫ້ບັນດາຮາກຖານພັກ ຕ້ອງໄດ້ບຸກບືນໃນການຊີ້ນຳການເຄື່ອນໄຫວວຽກງານວິຊາສະເພາະ ແລະ ສ້າງໜ່ວຍພັກຕົນໃຫ້ກາຍເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບຫຼາຍຂຶ້ນກວ່າເກົ່າ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດ, ຍູ້ແຮງຂະບວນການເຄື່ອນໄຫວວຽກງານຂອງບັນດາຮາກຖານພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ໃຫ້ພ້ອມການເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.
ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວປະຈຳ ປີ 2025; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຕາມການເຈາະຈີ້ມ ແລະ ໃຫ້ທິດຊີ້ນຳຂອງປະທານກອງປະຊຸມ.
ຕອນບ່າຍຂອງວັນດຽວກັນ, ໄດ້ມີການແບ່ງຈຸດຳເນີນຊີວິດການເມືອງເພື່ອຜ່ານບົດສໍາຫຼວດບຸກຄົນພາຍໃນຄະນະບໍລິຫານງານພັກສະພາແຫ່ງຊາດ ໂດຍແບ່ງເປັນ 6 ຈຸ.
Cr: ຂ່າວຜູ້ແທນປະຊາຊົນ