ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈໍາເດືອນທັນວາ

Jan 2, 2025

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນທັນວາ 2024 ໄດ້ດໍາເນີນໃນວັນທີ 30-31 ທັນວາຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະ ພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ກຳ ມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ຕາມຂອບ ເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະ ພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ໜັງສືສະເໜີຂອງລັດຖະບານ ກ່ຽວກັບຮ່າງລັດຖະບັນ ຍັດວ່າດ້ວຍພັນທະອາກອນແບບເດັດຖານສະເພາະທຸລະກິດກາຊີໂນ; ໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍຍົກ ເວັ້ນພາສີ-ອາກອນຂອງພາຫະນະຈຳ ນວນໜຶ່ງ; ໜັງສືສະເໜີຂອງລັດຖະບານ ກ່ຽວກັບການຂໍໃຫ້ຄະນະປະຈໍາສະພາແຫ່ງ ຊາດ ຮັບຮູ້, ຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດ ໝາຍທີ່ພົວ ພັນກັບສັນຍາກໍ່ສ້າງ-ດໍາເນີນງານ-ມອບໂອນ (BOT) ສະບັບດັດແກ້ ຄັ້ງທີ 1 ໂຄງ ການເຂື່ອນໄຟຟ້າເຊຂະໝານ 3; ໜັງສືສະເໜີຂອງລັດຖະບານ ກ່ຽວກັບການຂໍຍົກ ເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການເຂື່ອນໄຟຟ້ານໍ້າຂອງປາກລາຍ ແລະ ໂຄງການເຂື່ອນໄຟຟ້ານໍ້າ ຂອງປາກແບງ; ໜັງສືສະເໜີຂອງລັດຖະບານ ກ່ຽວກັບການຂໍຍົກເວັ້ນການປະຕິບັດບາງມາດຂອງກົດໝາຍ ແລະ ຂໍຕໍ່ອາຍຸສັນ ຍາວ່າດ້ວຍການຊອກຄົ້ນ ແລະ ສຳຫຼວດແຮ່ຄໍາ ຢູ່ເມືອງຊະນະຄາມ ແຂວງວຽງຈັນ; ບົດລາຍງານຜົນການຮຽບຮຽງເນື້ອໃນກົດໝາຍ ທີ່ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ຈໍານວນ 7 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດ ໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍການ ກວດສອບອິດສະຫຼະ, ກົດ ໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ (ສ້າງໃໝ່), ກົດໝາຍວ່າດ້ວຍສະຫະພັນແມ່ຍິງ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ; ບົດລາຍງານຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ IX; ບົດລາຍງານການຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທໍາມະນູນ ຕາມການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ແລະ ລາຍງານແຜນ ການທາບທາມຄໍາເຫັນຮ່າງລັດຖະທໍາມະນູນປີ 2025; ລາຍງານການຄົ້ນຄວ້າການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ; ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຈໍານວນໜຶ່ງ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ